ຟີລິບປິນ ຄັດຄ້ານເລື່ອງຈີນ ຕັ້ງຊື່ໃຫ້ບັນດາໂຄງສ້າງທາງພູມສາດຢູ່ເຂດໄຫລ່ທະວີບຂອງ ຟີລິບປິນ

(VOVWORLD) - ທ່ານ Harry Roque, ໂຄສົກຂອງທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte, ຊີ້ແຈ້ງວ່າ ຟີລິບປິນ ຄັດຄ້ານ ແລະ ບໍ່ຍອມຮັບບັນດາລາຍຊື່ເຊິ່ງ ຈີນ ຕັ້ງໃຫ້ບັນດາໂຄງສ້າງທາງພູມສາດນີ້ຢູ່ເຂດທະເລ ຟີລິບປິນ Rise ຫຼື ມີຊື່ທ້ອງຖິ່ນແມ່ນ Benham Rise.

ລັດຖະບານ ຟີລິບປິນ ໄດ້ອອກຖະແຫຼງການຄັດຄ້ານຄວາມມານະພະຍາຍາມຂອງ ຈີນ ກ່ຽວກັບເລື່ອງ ຕັ້ງຊື່ໃຫ້ແກ່ບາງໂຄງສ້າງນ້ຳຖ້ວມທາງພູມສາດໃນເຂດໄຫລ່ທະວີບໂດຍ ສປຊ ຮັບຮູ້ຂອງປະເທດນີ້. ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 14 ກຸມພາ, ທ່ານ Harry Roque, ໂຄສົກຂອງທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte, ຊີ້ແຈ້ງວ່າ ຟີລິບປິນ ຄັດຄ້ານ ແລະ ບໍ່ຍອມຮັບບັນດາລາຍຊື່ເຊິ່ງ ຈີນ ຕັ້ງໃຫ້ບັນດາໂຄງສ້າງທາງພູມສາດນີ້ຢູ່ເຂດທະເລ ຟີລິບປິນ Rise ຫຼື ມີຊື່ທ້ອງຖິ່ນແມ່ນ Benham Rise.

        ດ້ວຍເນື້ອທີ່ 13 ລ້ານເຮັກຕາ, Benham Rise ແມ່ນເຂດມີຊັບພະຍາກອນທຳມະຊາດທະເລຢ່າງອຸດົມສົມບູນ ນອນໃນທະເລ ປາຊີຟິກ ແລະ ນອນຫ່າງຈາກເກາະໃຫຍ່ຂອງ  ຟີລິບປິນ 250 ກມ.

ຕອບກັບ

ຂ່າວ/ບົດ​ອື່ນ