ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອນ - ຮາ​ມາດ: ການ​ປະ​ທະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ລຽບ​ຕາມ​ຊາຍ​ແດນ ອິດ​ສະ​ຣາ​ແອນ - ລີ​ບັງ

(VOVWORLD) - ຕອນຄ່ຳວັນທີ 15 ກໍລະກົດ, ເຈົ້າຫນ້າທີ່ທ່ານຫນຶ່ງຂອງ ອິດສະຣາແອນ ໃຫ້ຮູ້ວ່າ: ຄະນະເຈລະຈາຂອງປະເທດນີ້ ຈະກັບຄືນບັນດາການເຈລະຈາໃນອາທິດນີ້.
ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອນ - ຮາ​ມາດ: ການ​ປະ​ທະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ລຽບ​ຕາມ​ຊາຍ​ແດນ ອິດ​ສະ​ຣາ​ແອນ -  ລີ​ບັງ - ảnh 1ການປະທະກັນເກີດຂຶ້ນຢູ່ລຽບຕາມເຂດຊາຍແດນລະຫວ່າງ ອິດສະລາແອັນ ແລະ ລີບັງ (ພາບ: Reuters)

ຕອນຄ່ຳວັນທີ 15 ກໍລະກົດ, ກອງທັບ ອິດສະຣາແອນ ໃຫ້ຮູ້ວ່າ: ກຳລັງ Hezbollah ຢູ່ ລີບັງ ໄດ້ເປີດການບຸກໂຈມຕີ 2 ຄັ້ງດ້ວຍລູກສອນໄຟປະມານ 20 ລູກ ເພື່ອເລັ່ງໃສ່ເຂດຊຸມຊົນທາງທິດເຫນືອ ອິດສະຣາແອນ, ໃນນັ້ນ ມີ Kiryat Shmona, Margaliot  ແລະ Manara. ອາວຸດດັ່ງກ່າວສ່ວນຫລາຍຖືກລະບົບປ້ອງກັນອາກາດຂອງ ອິດສະຣາແອນ ສະກັດກັ້ນ ໂດຍບໍ່ກໍ່ຄວາມລົ້ມຫາຍຕາຍຈາກໃດໆ. ບັນດາການບຸກໂຈມຕີທາງອາກາດດ້ວຍລູກສອນໄຟຂອງ Hezbollah ໄດ້ປະຕິບັດພາຍຫລັງສອງສາມຊົ່ວໂມງທີ່ເກີດການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຮາແອນ ເລັ່ງໃສ່ບັນດາເປົ້າໝາຍຂອງ Hezbollah ຢູ່ ພາກໃຕ້ຂອງ ລີບັງ.

ກໍ່ກ່ຽວຂ້ອງເຖິງວິວັດການເຈລະຈາຢຸດຍິງ ລະຫວ່າງ ອິດສະຣາແອນ ແລະ ກຳລັງ ຮາມາດ, ຕອນຄ່ຳວັນທີ 15 ກໍລະກົດ, ເຈົ້າຫນ້າທີ່ທ່ານຫນຶ່ງຂອງ ອິດສະຣາແອນ ໃຫ້ຮູ້ວ່າ: ຄະນະເຈລະຈາຂອງປະເທດນີ້ ຈະກັບຄືນບັນດາການເຈລະຈາໃນອາທິດນີ້. ເຖິງຢ່າງໃດກໍຕາມ, ແຫລ່ງຂ່າວ ບໍ່ເຜີຍແຈ້ງວ່າ ຜູ້ຕາງຫນ້າເຂົ້າຮ່ວມການເຈລະຈາຂອງ ອິດສະຣາແອນ ແມ່ນຜູ້ໃດ ແລະ ສະຖານທີ່ດຳເນີນການເຈລະຈາແມ່ນຢູ່ ໂດຮາ ປະເທດກາຕາ ຫລື ກາຍໂຣ ປະເທດ ອີຢີບ. ກ່ອນຫນ້ານັ້ນ ແຫລ່ງຂ່າວສືບລາຊະການລັບ ອີຢີບ ໃນຕອນຄ່ຳວັນທີ 14 ກໍລະກົດໃຫ້ຮູ້ວ່າ: ວິວັດການເຈລະຈາໄດ້ຖືກໂຈະໄວ້ໂດຍບໍ່ມີກຳນົດເວລາ ພາຍຫລັງຜູ້ຕາງຫນ້າເຂົ້າຮ່ວມເຈລະຈາຂອງ ອິດສະຣາແອນ ຍົກອອກຄຳຮຽກສິດໃຫມ່ໄປຝືນກັບບັນດາເນື້ອໃນທີ່ໄດ້ເປັນເອກະພາບ ກ່ອນແລ້ວນັ້ນ.

ບາທີ, ນັກຂ່າວ VOVປະຈຳ ອີຢີບ

ຕອບກັບ

ຂ່າວ/ບົດ​ອື່ນ