ມີ 78 ຜົນ​ງານ ໄດ້​ຮັບ​ລາງວັນ​ດົນ​ຕີ ຫວຽດ​ນາມ ປີ 2020

(VOVWORLD) -ວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນດົນຕີ ຫວຽດນາມ ປີ 2020.
ມີ 78 ຜົນ​ງານ ໄດ້​ຮັບ​ລາງວັນ​ດົນ​ຕີ ຫວຽດ​ນາມ ປີ 2020 - ảnh 1ພິທີມອບລາງວັນດົນຕີ ຫວຽດນາມ ປີ 2020 (ພາບ: Vietnam+)

ປີ 2020, ສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ຮັບ 205 ຜົນງານ ຈາກນັກປະພັນດົນຕີ 205 ຄົນ, ເຊິ່ງເປັນສະມາຊິກທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດຫວຽດນາມ ໄດ້ສົ່ງບົດດົນຕີເຂົ້າຮ່ວມການເສັງຊີງລາງວັນ ດົນຕີ ສະພາສິລະປະ ໄດ້ຄັດເລືອກ ແລະ ມອບລາງວັນໃຫ້ແກ່ 78 ຜົນງານ ທີ່ມີຄຸນນະພາບດີເດັ່ນທີ່ສຸດ.

ທີ່ພິທີມອບລາງວັນ, ມີຜົນງານຈຳນວນໜຶ່ງທີ່ຍາດໄດ້ລາງວັນຄັ້ງນີ້ ກໍໄດ້ສະແດງອອກສູ່ສາຍຕາມະຫາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ