ມີພົນທະຫານ ອາເມລິກາ ກວ່າ 6.000 ຄົນເຂົ້າຮ່ວມການຊ້ອມຮົບຮ່ວມ “ງູເຫົ່າຄຳ” ຢູ່ ໄທ

(VOVWORLD) -7 ປະເທດເຂົ້າຮ່ວມການເຄື່ອນໄຫວຊ້ອມຮົບຮ່ວມຕົ້ນຕໍ່ ນັ້ນແມ່ນ: ຍີ່ປຸ່ນ, ອາເມລິກາ, ໄທ, ສເກົາຫລີ, ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ.

ວັນທີ 3 ມີນາ, ມີພົນທະຫານ ອາເມລິກາ ນັບພັນໆຄົນ ໄດ້ ພ້ອມກັບກອງທັບ ໄທ ແລະ ສ. ເກົາຫລີ ມີຫນ້າຢູ່ຫາດຊາຍທະເລ ພາກຕາເວັນອອກ ໄທ ເພື່ອເຂົ້າຮ່ວມການ ການຊ້ອມຮົບຮ່ວມ “ງູເຫົ່າຄຳ” ຊື່ງແມ່ນຫນຶ່ງໃນບັນດາການຊ້ອມຮົບຮ່ວມການທະຫານປະຈຳປີຄັ້ງໃຫຍ່ສຸດຢູ່ ອາຊີ. ໃນການຈັດຕັ້ງຄັ້ງທີ 42 ນີ້ທີ່ແກ່ຍາວແຕ່ວັນທີ 10 ມີນາ, ມີພົນທະຫານສາກົນເກືອບ 7.400 ຄົນ ຈະພ້ອມກັນເຂົ້າຮ່ວມການຊ້ອມຮົບຮ່ວມ ດ້ວຍບັນດາເນື້ອໃນການເຄື່ອນໄຫວທາງອາກາດ, ທາງບົກ ແລະ ທາງທະເລ…   “ງູເຫົ່າຄຳ” ແມ່ນການຊ້ອມຮົບຮ່ວມໃຫຍ່ສຸດຢູ່ ພາກພື້ນ ອາຊີ - ປາຊີຟິກ ກັບ 7 ປະເທດເຂົ້າຮ່ວມການເຄື່ອນໄຫວຊ້ອມຮົບຮ່ວມຕົ້ນຕໍ່ ນັ້ນແມ່ນ: ຍີ່ປຸ່ນ, ອາເມລິກາ, ໄທ, ສ ເກົາຫລີ, ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ. 10 ປະເທດເຂົ້າຮ່ວມໃນຖານະເປັນນັກສັງເກດການ ໃນນັ້ນມີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ