ມີຫຼາຍກໍລະນີຕິດໄວຣັດຊິກາຕື່ມອີິກຢູ່ສິງກະໂປ

ມີຫຼາຍກໍລະນີຕິດໄວຣັດຊິກາຕື່ມອີິກຢູ່ສິງກະໂປ - ảnh 1
ມີຫຼາຍກໍລະນີຕິດໄວຣັດຊິກາຕື່ມອີິກຢູ່ສິງກະໂປ
(ພາບ​ປະ​ກ​ອບ: AFP/ TTXVN)

(vovworld) - ​​ ​ວັນ​ທີ 29/08, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ອົງ​ການ​ສິ​່​ງ​ແວດ​ລ້ອມ​ແຫ່ງ​ຊາດ​ສິງ​ກະ​ໂປ ໃຫ້​ຮູ້ວ່າ, ໄດ​້​ພົນ​ເຫັນ 15 ກໍ​ລະ​ນີ​ຖືກ​ຕິດ​ໄວ​ຣັດ​ຊິ​ກາ ຕື່ມ​ອີກ, ຍົກ​ຈຳ​ນ​ວ​ນຜູ້​ຖືກ​ຕິດ​ໄວ​ຣັດ​ຂຶ້ນ​ເຖິງ 56 ຄົນ. ຕາມ​ແຈ້ງ​ການ​ແລ້ວ, ຜູ້​ຖືກ​ຕິດ​ໄວ​ຣັດ​ຊິ​ກາ ​ສ່່ວນ​ຫຼາຍ​ແມ່ນ​ກຳ​ມະ​ກອນ​ຊາວ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽ​ກ​ຢູ່ສະ​ຖານ​ທີ່ກໍ່​ສ້າງ​ແຫ່ງ​ໜຶ່ງ. ບັນ​ດາ​ຜູ້​ຖືກ​ຕິດ​ໄວ​ຣັດ ສ່ວນ​ຫຼາຍ​ອາ​ການ​ສຸ​ຂະ​ພາບ​ດີ​ຂຶ້ນ​ແລ້ວ, ແຕ່​ທ່ານ​ໝ​ໍ​ຍັງ​ຕັກ​ເຕືອນ​ວ່າ​ໄດ້​ມີ​ແມ່​ຍິງ​​​ຊາວສິງ​ກະ​ໂປຫຼາຍ​ຄົນ​ ໄ​ດ້​ສະ​ເໜີວິ​ໄຈ​ສິ່ງ​ທີ່ກ່ຽວ​ຂ້ອງ​ເຖິງ​ໄວ​ຣັດ​ນີ້.

        ກ່ອນ​ໜ້ານັ້ນ, ວັນ​ທີ 27/08, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສິງ​ກະ​ໂປ ໄດ້​ພົບ​ເຫັນ​ກໍລະ​ນີ​ຖືກ​ຕິດ​ໄວ​ຣັດ​ທຳ​ອິດ​ພາຍ​ໃນ​ປະ​ເທດ ຢູ່​ເຂດ Aljunied, ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ປະ​ເທດນີ້. ຄົນ​ເຈັບ​ແມ່ນ​ແມ່​ຍິງຊາວ​ມາ​ເລ​ເຊຍ, ອາ​ຍຸ 47 ປີ, ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ສິງ​ກະ​ໂປ. ຫຼັງ​ຈາກນັ້ນ 1 ວັນ, ສິງ​ກະ​ໂປ ໄດ້​ປະ​ກາດ 40 ກໍ​ລະ​ນີ​ຖືກ​ຕິດ​ໄວ​ຣັດ​ຊິ​ກາ​ຕື່ມ​ອີກ ​ຢູ່​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ