ມອບກາໝາຍ50ປີທີ່ເປັນສະມາຊິກພັກໃຫ້ອະດີດປະທານປະເທດຫງວຽນມິງຈຽດ

ມອບກາໝາຍ50ປີທີ່ເປັນສະມາຊິກພັກໃຫ້ອະດີດປະທານປະເທດຫງວຽນມິງຈຽດ - ảnh 1
ຂອງທ່ານອະດີດ​ປະທານ​ປະ​ເທດ​ ຫງວຽນ​ມິ​ງຈຽດ

(vovworld) – ​ໃນ​ພິທີ​ມອບ​ກາ​ໝາຍ​ 50 ປີ​ທີ່​ເປັນ​ສະມາຊິກພັກໃຫ້​ອະດີດ​ປະທານ​ປະ​ເທດ​ຫງວຽນ​ມິ​ງຈຽດ ທີ່ຈັດ​ຕັ້ງ​ໃນ​ວັນ​ທີ 14/5. ທ່ານ ມາຍ​ເທ໋ຈຸ​ງ ກຳມະການ​ສູນ​ກາງ​ພັກ, ​ເລຂາຄະນະ​ພັກ​ແຂວງບິ່ງ​​ເຢືອງ ​ໄດ້​ຕີ​ລາຄາ​ສູງ​ການ​ອຸທິດ​ສ່ວນ​ຂອງທ່ານອະດີດ​ປະທານ​ປະ​ເທດ​ ຫງວຽນ​ມິ​ງຈຽດ ນັບ​ແຕ່ເຂົ້າ​ຮ່ວມ​ການປະຕິວັດ ​ຕະຫຼອດ​ຮອດ​ເວລາ​ໄດ້​ຮັບດຳລົງ​ຕຳ​ແໜ່​ງ​ຕ່າງໆຄື: ​​ເປັນ​ການ​ນຳສູນ​ກາງ​ຊາວ​ໜຸ່ມ, ​ເລຂາ​ຄະນະພັກ​ແຂວງ ຊົງ​ແບ໋, ​ເລຂາຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ປະທານ​ປະ​ເທດ. ທ່ານ ມາຍ​ເທ໋ຈຸ​ງ ຢັ້ງຢືນ​ວ່າ: ​ໃນຖານະ​ຕຳ​ແໜງ​ໃດໆ ທ່ານອະດີດ​ປະທານ​ປະ​ເທດ ​ຫງວຽນ​ມິ​ງຈຽດ ກໍ່​ສະ​ແດງ​ໃຫ້​ເຫັນ​​ຄວາມ​ສາມາດ​ ​ໃນ​ການ​ຊີ້​ນຳ​ນຳພາ​ຢ່າງ​ດີ​ເດັ່ນ, ສົມ​​ກັບ​ທີ່​ຕັ້ງບົດບາດ, ຖານະ​ຕຳ​ແໜ່​ງ​ເປັນການ​ນຳ​ຫຼັກ​ແຫຼ່ງຂອງ ຫວຽດນາມ. ທ່ານອະດີດ​ປະທານ​ປະ​ເທດ​ ຫງວຽນ​ມິ​ງຈຽດ ຢັ້ງຢືນ​ວ່າ: ຈະດຳລົງ​ຊີວິດ​ທີ່​ເປັນ​ແບບຢ່າງ, ມີ​ຄວາມ​ບໍລິສຸດ​; ພ້ອມ​ແລ້ວ​ທີ່​ຈະປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​​ໃຫ້ການ​ນຳ​ແຂວງ​ເພື່ອ​ນຳແຂວງ ບິ່ງເຢືອງ ​ໃຫ້ພັດທະນາກວ່າ​ອີກ.
ຂ່າວ/ບົດ​ອື່ນ