ມອບທຸງຊາດໃຫ້ຊາວປະມົງເມືອງເກາະຟູ໋ກູ໋ຍ(ແຂວງບີ່ງທ້ວນ)

ມອບທຸງຊາດໃຫ້ຊາວປະມົງເມືອງເກາະຟູ໋ກູ໋ຍ(ແຂວງບີ່ງທ້ວນ) - ảnh 1
(ພາບປະ​ກອບ​ຈາກ: Nguyễn Thanh/TTXVN)

(vovworld) –  ຕອ​ນ​ຄ່ຳ​ວັນ​ທີ 14/3, ຢູ່​ເມືອງ​ເກາະ ຟູ໋​ກູ໋ຍ (ແຂວງ ບີ່ງ​ທ້ວນ), ຄະ​ນະ​​ຊາວ​ໜຸ່ມກຸ່​ມ​ບັນ​ດາ​ອົງ​ການ​ແຂວງ ດົ່ງ​ນາຍ​ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊາວ​ໜຸ່ມ​ກຸ່ມ​ບັນ​ດາ​ອົງ​ການ​ແຂວງ ບີ່ງ​ທ້ວນ ຈັດ​ຕັ້ງ​ລາຍ​ການ ​ສາຍ​ໃຈ​ທະ​ເລ​ໝູ່​ເກາະ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ  200 ​ກ່​ວາຄົນ. ພ້ອມ​ກັບ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ທະ​ເລ​ໝູ່​ເກາະ ດ້ວຍ​ບັນ​ດາ​ບົດ​ເພງ​ຍ້ອງ​ຍໍ ຊົມ​ເຊີຍ​ຄວາມ​ຮັກ​ຕໍ່ ບ້ານ​ເກີດ​ເມືອງນອນ, ​ປະ​ເທດ​ຊາດ, ບັນ​ດາ​ສະ​ມາ​ຊິກ​ຊາວ​ໜຸ່ມ ​ຍັງ​ຈັດ​ຕັ້ງ​ລາຍ​ການ​ໂອ້​ລົມ​ສົນ​ທະ​ນາ, ຊອກ​ຮູ້​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ໃນ​​ຜືນ​ແຜ່ນ​ດິນ ຫວຽດ​ນາມ… ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຊາວ​ໜຸ່ມກຸ່ມ​ບັນ​ດາ​ອົງ​ການ​ແຂວງ ດົ່ງ​ນາຍ ແລະ ບີ່ງ​ທ້ວນ ໄດ້​ມອບ​ທຶນ​ສຶກ​ສາໃຫ້​ແກ່​ລູກຫຼາຍ​ຊາວ​ປະ​ມົງ​ຮຽນ​ເກັ່ງ​ໃນເກາະ ຟູ໋​​ກູ໋ຍ 30 ນ້ອງ (ດ້ວຍ​ຍອດ​ມູນ​ຄ່າ 15 ລ້ານ​ດົ່ງ).

        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັ​ທີ 14/3, ຄະ​ນະ​ຊາວ​ໜຸ່ມ​ກຸ່ມ​ບັນ​ດາ​ອົງ​ການ​ແຂວງ ດົ່ງ​ນາຍ ແລະ ບີ່ງ​ທ້ວນ ໄດ້​ມອບ​ທຸງ​ຊາດ​ 200 ​ຄັນ​ທຸງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ປະ​ມົງ​​ຢູ່ເກາະ ຟູ໋​ກູ໋ຍ ແລະ ມອບກອມ​ພິວ​ເຕີ​ໃຫ້ ປ້ອ​ມຣາ​ດາ 575, ຂຶ້ນ​ກັບ​ເມືອງ​ເກາະ ຟູ​ກູ໋ຍ.

 


ຂ່າວ/ບົດ​ອື່ນ