ມອບລາງວັນຄົ້ນຄວ້າທະເລຕາເວັນອອກ 2017

(VOVWORLD) - ຕອນບ່າຍວັນທີ 19 ມີນາ, ກອງທຶນໜູນຊ່ວຍຄົ້ນຄວ້າທະເລຕາເວັນອອກໄດ້ຈັດຕັ້ງພິທີມອບ “ລາງວັນຄົ້ນຄວ້າທະເລຕາເວັນອອກປີ 2017”.

ລາງວັນລວມມີບັນດາບົດຄົ້ນຄວ້າ, ຫົວເລື່ອງສະເພາະ, ບົດວິທະຍານິພົນປະລິນຍາໂທ; ໂຄງການຄົ້ນຄວ້າ; ລາງວັນສື່ມວນຊົນກ່ຽວກັບທະເລຕາເວັນອອກໃນປີ 2017 ດ້ວຍບັນດາປະເພດ “ໂທລະພາບ, ໜັງສືພິມ, ລາຍການກະຈາຍສຽງ ແລະ ສື່ເອເລັກໂຕນິກ ”.

        ຄະນະຈັດຕັ້ງໄດ້ມອບ “ລາງວັນຄົ້ນຄວ້າທະເລຕາເວັນອອກ 2017” ໃຫ້ 17 ບົດປະພັນ, ບົດຄົ້ນຄວ້າ, ກິດຈະກຳຄົ້ນຄວ້າດີເດັ່ນທີ່ສຸດ. ໃນນັ້ນ ບົດປະພັນ 5 ບົດໄດ້ຮັບລາງວັນ “ສື່ມວນຊົນກ່ຽວກັບທະເລຕາເວັນອອກ”, 11 ບົດຄົ້ນຄວ້າໄດ້ຮັບລາງວັນ “ບົດຄົ້ນຄວ້າກ່ຽວກັບທະເລຕາເວັນອອກ” ແລະ  1 ກິດຈະກຳຄົ້ນຄວ້າໄດ້ຮັບລາງວັນ “ກິດຈະກຳຄົ້ນຄວ້າທະເລຕາເວັນອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ