ມອບລາງວັນຊາວໜຸ່ມຫວຽດນາມທີ່ດີເດັ່ນ10ຄົນ

ມອບລາງວັນຊາວໜຸ່ມຫວຽດນາມທີ່ດີເດັ່ນ10ຄົນ - ảnh 1
ການ​ປະຊຸມ​ຂ່າວ​ສະ​ເຫຼີ​ມສະຫຼອງ 20 ປີ​​ແຫ່ງ​
ການ​ມອບລາງວັນ​ຊາວ​ໜຸ່ມ ຫວຽດນາມ ດີ​ເດັ່ນ ​
(ພາບ: dantri.com.vn)

(vovworld) - ຕອນ​ເຊົ້າວັນ​ທີ 14/03, ຢູ່​ຮ່າ​ໂນ້ຍ, ຄະນະ​ເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ກອງ​ທຶນ​ໜູນ​ຊ່ວຍ​ໄວ​ໜຸ່ມ ຫວຽດນາມ ມີ​ຄວາມ​ເກັ່ງ​ກ້າ​ສາມາດ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ສະ​ເຫຼີ​ມສະຫຼອງ 20 ປີ​​ແຫ່ງ​ການ​ມອບລາງວັນ​ຊາວ​ໜຸ່ມ ຫວຽດນາມ ດີ​ເດັ່ນ ​ແລະ ມອບ​ລາງວັນ​ຊາວ​ໜຸ່ມ ຫວຽດ​ນາມ ທີ່​ດີ​ເດັ່ນ 10 ຄົນປີ 2015. ລາງວັນ​ຊາວ​ໜຸ່ມ ຫວຽດນາມ ທີ່​ດີ​ເດັ່ນ​ແມ່ນ​ລາງວັນອັນ​ສູງ​ສົ່ງ​ຂອງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ​ມອບ​ໃຫ້​ບັນດາຊາວ​ໜຸ່ມ​ເຍົາວະ​ຊົນ​ອະນຸຊົນ ຫວຽດນາມ ​ເປັນ​ປະຈຳ​ປີ​ ທີ່​ມີ​ຜົນງານ ​ແລະ ການອຸທິດ​ສ່ວນ​ດີ​ເດ່ັນ​ໃນ​ປີ 2015 ​ໃນ​ຫລາຍ​ຂົງ​ເຂດ. 20 ປີຜ່ານມາ, ລາງວັນ​ຊາວ​ໜຸ່ມ ຫວຽດນາມ ດີ​ເດັ່ນ​ໄດ້​ເຊີດ​ຊູ​​ແບບຢ່າງ​ໜຸ່ມ​ດີ​ເດັ່ນ 200 ຄົນ.

.


ຂ່າວ/ບົດ​ອື່ນ