ມີຮູບຖ່າຍ ກວ່າ 2000 ແຜ່ນໄດ້ຝາກມາການເສັງ “ສີສັນ ຫວຽດນາມ” ຄັ້ງທີ 2

(VOVWORLD) -ນັບແຕ່ເດືອນສິງຫາ 2017 ເຖິງທ້າຍເດືອນ ພະຈິກ 2017, ການເສັງ “ສີສັນ ຫວຽດນາມ“ ຄັ້ງທີ 2 ໄດ້ຮັບຮູບຖ່າຍກວ່າ 2.000 ແຜ່ນຂອງນັກຖ່າຍຮູບທັງຢູ່ພາຍໃນ ແລະ ຕ່າງປະເທດນັບພັນຄົນ.

ມີຮູບຖ່າຍ ກວ່າ 2000 ແຜ່ນໄດ້ຝາກມາການເສັງ “ສີສັນ ຫວຽດນາມ” ຄັ້ງທີ 2 - ảnh 1 ການເສັງ “ສີສັນ ຫວຽດນາມ“ ຄັ້ງທີ 2 ໄດ້ຮັບຮູບຖ່າຍກວ່າ 2.000 ແຜ່ນ

(ພາບ:  SGGP)

ການເສັງ “ສີສັນ ຫວຽດນາມ“ ຄັ້ງທີ 2 ໄດ້ແນະນຳ ແລະ ເຊີດຊູບັນດາຮູບພາບກ່ຽວກັບຄວາມງາມ ແລະ ທັດສະນີຍະພາບ, ຊີວິດການເປັນຢູ່, ວັດທະນະທຳທີ່ເປັນມູນເຊື້ອ, ງານບຸນອາຫານການກິນ ແລະ ຄວາມສະໜິດສະໜົມຂອງຊາວ ຫວຽດນາມ ໃນທົ່ວປະເທດ.

ການເສັງ “ສີສັນ ຫວຽດນາມ“ ຄັ້ງທີ 2ໄດ້ຮັບ 40 clip ຂອງຜູ້ຖ່າຍທຳຢູ່ພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບຄວາມງາມຂອງທັດສະນີຍະພາບຢູ່ ຫວຽດນາມ. Clip “ນາມຢູຕາມເທິບຫຼີ“ ຂອງ ເລດິ່ງເຊິມ ໄດ້ຮັບລາງວັນທີໜຶ່ງ. ທ່ານ ເຈິ່ນວັນຮຸ່ງ, ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ ໄຊງ່ອນ, ຫົວໜ້າຄະນະຈັດຕັ້ງການເສັງ, ໃຫ້ຮູ້ວ່າການໂຄສະນາທັດສະນີຍະພາບປະເທດຊາດ ແລະ ຊາວ ຫວຽດນາມ ດ້ວຍ clip ພວມແມ່ນທ່າອ່ຽງລວມຂອງການທ່ອງທ່ຽວໂລກ.

“clip ສ້າງຄວາມປະທັບໃຈທີ່ສຸດ. ບັນດາ clip ນັບທັງ clip ໄດ້ຮັບລາງວັນ ຫຼືບໍ່ໄດ້ຮັບລາງວັນ ລ້ວນແຕ່ໄດ້ up ທາງອິນເຕີແນັດ, ເມື່ອໄດ້ຮັບການໂຄສະນາຈະມີຫຼາຍຄົນຮູ້ຈັກເຖິງ ຫວຽດນາມ ກວ່າ, ຊຳ້ບໍ່ໜຳມີຊາວ ຫວຽດນາມ ຫຼາຍຄົນບໍ່ທັນຮູ້ໄດ້ວ່າເມື່ອຖ່າຍທຳ clip ຈາກບ່ອນສູງລົງມາຈະເຫັນວ່າ ຫວຽດນາມ ມີຫາດຊາຍທະເລທີ່ສວຍງາມຫຼາຍແຫ່ງທີ່ສຸດ. ຜ່ານນັ້ນຈະເຮັດໃຫ້ຜູ້ຊົມຢາກໄດ້ໄປທ່ຽວໃນທັນທີ“.

ການເສັງ “ສີສັນ ຫວຽດນາມ“ ຄັ້ງທີ 2 ຈະສືບຕໍ່ຮັບຮູບຖ່າຍ,  clip ເຂົ້າຮ່ວມການເສັງເຖິງວັນທີ 31 ມີນາ 2018. ພິທີມອບລາງວັນຈະດຳເນີນໃນເດືອນເມສາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ