ມາເລເຊຍ ຈັບຕົວ 8 ສະມາຊິກຂອງກຸ່ມ Abu Sayyaf

(VOVWORLD) -ກອງບັນຊາການຄວາມໝັ້ນຄົງທິດຕາເວັນອອກ Sabah (ESSCom) ໄດ້ຈັບຕົວຊາວ ຟີລິບປິນ 8 ຄົນ ເຊິ່ງແມ່ນສະມາຊິກກຸ່ມ Abu Sayyaf
ມາເລເຊຍ ຈັບຕົວ 8 ສະມາຊິກຂອງກຸ່ມ Abu Sayyaf - ảnh 1ກຳລັງຕຳຫຼວດມາເລເຊຍ
(ພາບປະກອບ: AEPA/TTXVN)

ທ່ານຫົວໜ້າຕຳຫຼວດລັດ Sabah (ມາເລເຊຍ) Hazani Ghazali ໃຫ້ຮູ້ວ່າ, ໃນບັ້ນຮົບພິເສດເມື່ອວັນທີ 08 ພຶດສະພາ, ກອງບັນຊາການຄວາມໝັ້ນຄົງທິດຕາເວັນອອກ Sabah (ESSCom) ໄດ້ຈັບຕົວຊາວ ຟີລິບປິນ 8 ຄົນ ເຊິ່ງແມ່ນສະມາຊິກກຸ່ມ Abu Sayyaf ເມື່ອພວມລີ້ຕົວພ້ອມກັບພົນລະເມືອງຟີລິບປິນ 29 ຄົນອືນຢູ່ບຶງຕົມຢູ່ Beaufort.

        ໃນການກ່າວປາໄສທີ່ກອງປະຊຸມຂ່າວເມື່ອວັນທີ 10 ພຶດສະພາ, ທ່ານ Hazani Ghazali ໃຫ້ຮູ້ວ່າ, ESSCom ໄດ້ແລກປ່ຽນກັບກຳລັງຄວາມໝັ້ນຄົງ ຟີລິບປິນ ກ່ຽວກັບເຫດຈັບຕົວ. ຝ່າຍ ຟີລິບປິນ ຢັ້ງຢືນວ່າ 8 ເປົ້າໝາຍດັ່ງກ່າວແມ່ນສະມາຊິກຂອງກຸ່ມກໍການຮ້າຍ Abu Sayyaf ທີ່ຫຼົບໜີໃນບັ້ນກວາດລ້າງໂດຍກຳລັງຄວາມໝັ້ນຄົງຂອງປະເທດນີ້ດຳເນີນ.

ຕອບກັບ

ຂ່າວ/ບົດ​ອື່ນ