ມາເລເຊຍ ປາດຖະໜາ ຢາກມີມາດຕະການ ແກ້ໄຂບັນຫາທະເລ ຕາເວັນອອກ

ມາເລເຊຍ ປາດຖະໜາ ຢາກມີມາດຕະການ ແກ້ໄຂບັນຫາທະເລ ຕາເວັນອອກ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Anifah Aman
(ພາບ: malaysiandigest.com)

(vovworld) - ວັນ​ທີ 01 ສິງຫາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Anifah Aman ຢືນຢັນ​ວ່າ, ​ມາ​ເລ​ເຊຍ ມີ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ບັນຫາ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກ ​ແລະ ປາດ​ຖະໜາຢາກ​ມີມາດ​ຕະການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກດີ​ທີ່​ສຸດ​ ​ເພື່ອ​ຮັກສາ​ຄວາມ​ສາມ​ມັກ​ຄີມິດຕະພາບ ​ແລະ ການ​ພົວພັນ​ອັນ​ສະໜິດ​ສະໜົມ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ການ​ພົບ​ປະ​ກັບ​ຜູ້​ຮ່ວມ​ຕຳ​ແໜ່ງຈີນ ຫວາງຢີ ຢູ່ Putrajaya ​ໃນ​ວັນ​ທີ 01 ສິງຫາ. ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ Anifah ຖື​ວ່າ ບັນດາ​ປະ​ເທດ​ສະມາຊິ​ກອາ​ຊຽນ ຕ້ອງ​ປຶກສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ການ​ພິພາດຢູ່​ເຂດທະ​ເລ​ຕາ​ເວັນ​ອອກ ກ່ອນ​ທີ່​ຈະປຶກສາ​ຫາລື​ກັນ​ຈີນ. ທ່ານ Anifah ກໍ່​ໃຫ້​ຮູ້​ວ່າ ທຸກໆ​ຝ່າຍ​ຕ້ອງ​ອີ່​ງ​ໃສ່​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາກ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທ່ານ​ກໍ່​ເນັ້ນ​ໜັກ​ວ່າ, ທຸກ​ຝ່າຍ​ຕ້ອງ​ເຄົາ​ລົບ​ຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ໂດ​ຍບັນດາ​ລັດຖະມົນຕີ​ກາ​ນຕ່າງ​ປະ​ເທດ​ອາ​ຊຽນ ​ແລະ ຈີນ​ ​ເຊິ່ງ​ໄດ້​ຮັບ​ການລົງ​ນາມ​ໃນ​ປີ 2002.
ຂ່າວ/ບົດ​ອື່ນ