ມາເລເຊຍດຳເນີນການເລືອກຕັ້ງທົ່ວປະເທດ

ມາເລເຊຍດຳເນີນການເລືອກຕັ້ງທົ່ວປະເທດ - ảnh 1
ການ​ເລືອກ​ຕັ້ງ​ຢູ່​ມາ​ເລ​ເຊຍ
ພາບ:internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 5/5, ການ​ເລ​ືອກຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ມ​າ​ເລ​ເຊຍ​​ໄດ້​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ສະຖານ​ທີ່​ປ່ອນ​ບັດ 8.245 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ມາ​ເລ​ເຊຍ​ປະມານ 13 ລ້ານ​ຄົນ​ໄດ້​​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ. ສະຖານ​ທີ່​ປ່ອນ​ບັດ​​ເລີ່​ມ​ເປີດ​ປະຕູ​​ແຕ່ 8 ​ໂມງ​ເຊົ້າ​ຕາມ​ເວລາ​ທ້ອງ​ຖິ່ນ ​ແລະ ອັດ​ປະຕູ​ໃນ​ເວລາ 5 ​ໂມງ​ແລງ. ໝາກຜົນ​ເບື້ອງຕົ້ນ​ການກວດ​ບັດ​ຄາດ​ວ່າປະກາດ​ຫລັງ​ຈາກ​ນັ້ນ ສອງ​ສາມ​ຊົ່ວ​ໂມງ. ການ​ສຳ​ຫວດກ່ອນ​ມື້​ດຳ​ເນີນ​ການ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ: ພັນທະ​ມິດ​ແນວ​ໂຮມ​ຊົນ​ຊາດ (BN) ​ແລະ ພັນທະ​ມິດ​ປະຊາຊົນ(PR)ຝ່າຍ​ຄ້ານຈະ​ແກ້ງ​ແຍ້​ງຢ່າງ​ຂ້ຽວຂາດ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

 

ຂ່າວ/ບົດ​ອື່ນ