ມຽນມາ ແລະ ຈີນ ຮ່ວມມືກັນຜະລິດຟິມຮູບເງົາກ່ຽວກັບນະຄອນ Bagan

(VOVWORLD) - ໃນເດືອນຕຸລາ ຈະມາເຖິງ, ມຽນມາ ແລະ ຈີນ ຈະເລີ່ມຕົ້ນດໍາເນີນການຜະລິດຟິມຮູບເງົາ ທີ່ມີຊື່ວ່າ “Bagan’s treasure trove”.

        ນີ້ກໍເປັນຄັ້ງທໍາອິດ ທີ່ສອງປະເທດ ເຂົ້າຮ່ວມການຮ່ວມມືໃນໂຄງການຮູບເງົາ. ຟິມຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບເລື່ອງລາວຊອກຄົ້ນວັດຖຸບູຮານ ຢູ່ນະຄອນ Bagan  ແລະ ບັນດາການສໍາຜັດທີ່ແປກໃໝ່ຂອງອ້າຍບ່າວຈີນຜູ້ໜຶ່ງ ຢູ່ມຽນມາ. ການຖ່າຍທໍາຕົ້ນຕໍຂອງຟິມຮູບເງົາ ແມ່ນຢູ່ ຈີນ, ມຽນມາ ແລະ ບາງປະເທດອາຊີ ຕາເວັນອອກສ່ຽງໃຕ້.

        ທ່ານ U Thein Naing, ຜູ້ອໍານວຍການຫ້ອງການພັດທະນາຟິມຮູບເງົາ ມຽນມາ ສະແດງຄວາມຫວັງວ່າ “Bagan’s treasure trove” ຈະປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວຂອງ ມຽນມາ ໃນໄລຍະຈະມາເຖິງ, ພ້ອມທັງສ້າງກາລະໂອກາດແນະນໍາທ່າແຮງບົ່ມຊ້ອນໃນການຮ່ວມມືໃນຂະແໜງການຮູບເງົາຂອງປະເທດນີ້ ໃນຕະຫຼາດສາກົນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ