ມີແຂກທ່ອງທ່ຽວກ່ວາ 60.000 ເທື່ອຄົນເຂົ້າຮ່ວມວັນບຸນ ຊາສາກົນຢູ່ດ່ານັ້ງ
(VOVWORLD) - ຕອນຄ່ຳວັນທີ 7 ທັນວາ, ຢູ່ແຂວງ ເລິມດົ່ງ, ໄດ້ດຳເນີນພິທີອັດງານບຸນຊາສາກົນ - World T.E.A Fest 2025, ພາຍຫຼັງເວລາເກືອບ 1 ເດືອນ ທີ່ຈັດຕັ້ງຢູ່ດາລາດ ແລະ ບາວລົກ
ພິທີເປີດວັນບຸນ (ພາບ: VOV) |
ຕາມຄະນະຈັດຕັ້ງແລ້ວ, ພາຍຫຼັງເວລາ ເກືອບ 1 ເດືອນ, ບັນດາກິດຈະກຳຂອງວັນບຸນໄດ້ດຶງດູດການເຂົ້າຮ່ວມ ແຂກທ່ອງທ່ຽວ ແລະ ປະຊາຊົນໃນທົ່ວປະເທດ ແລະ ສາກົນ ເກືອບ 60.000 ຄົນ. ພິເສດ, ວັນບຸນໄດ້ສ້າງຂີດໝາຍວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ເຕັມໄປດ້ວຍສີສັນຄື: ລາຍການສ້າງສະຖິຕິຂອງ ຕົ້ນຊາ ເນືອງດົງ 1111 ຕົ້ນ ດຳເນີນພິທີຖະຫວາຍຊາຕາມຮູບແບບ “ຊາວຫວຽດນາມດິນຊາ” ຢູ່ທ່າມກາງໂນນຊາ ບາວລົກ, ສະຖານທີ່ວາງສະແດງຕົ້ນຊາເກົ່າ 1000 ຕົ້ນ, ສະຖານທີ່ວັດທະນະທຳສາກົນ ແນະນຳສີສັນ ວັດທະນະທຳຊາຂອງ ຫວຽດນາມ, ຈີນ, ຍີ່ປຸ່ນ, ຝລັ່ງ, ສີລັງກາ, ໄຕຫວັນ (ຈີນ)… ຜ່ານນັ້ນຮ່ຳຮຽນບັນດາຮູບແບບຜະລິດທີ່ກ້າວໜ້າ ແລະ ໂຄສະນາຜະລິດຕະພັນຂອງບັນດາໂຮງງານຜະລິດຢູ່ພາຍໃນປະເທດກັບສາກົນ.
ວັນບຸນອັດລົງດ້ວຍລາຍການສະແດງສິລະປະທີ່ພົ້ນເດັ່ນວາດພາບເຖິງວິວັດການພິທີຖະຫວາຍຊາທີ່ສົມກຽດ, ບັນດາຄວາມມານະພະຍາຍາມ ເຊື່ອມຕໍ່ວັດນະທະທຳດ, ການຕ່າງປະເທດ, ເສດຖະກິດ ຕະຫຼອດຮອດກຳລັງປະດິດຄິດສ້າງຂອງໄວໜຸ່ມ ແລະ ບັນຍາກາດທີ່ຟົດຟື້ນສາກົນ.