ຢູ​ແກຼນ ແຈ້ງ​ໃຫ້​ຊາບ​ວ່າ ກໍ​່ຳ​ປັ່ນ​ຂົນ​ສົ່ງ​ທັນ​ຍາ​ຫານໃຫຍ່​ທີ່​ສຸດໄດ້​ອອກ​ຈາກ​ທ່າກ່ຳ​ປັ່ນ

(VOVWORLD) - ມີກ່ຳປັ່ນກວ່າ 13 ລຳ ຂົນສົ່ງຜະລິດຕະພັນກະເສດ 282.500 ໂຕນຂອງປະເທດນີ້ໄດ້ອອກຈາກທ່າກ່ຳປັ່ນຂອງ ຢູແກຼນ ໃນວັນທີ 4 ກັນຍາ ແລະ ຂ້າມທະເລດຳ ໄປຍັງ 8 ຕະຫຼາດຕ່າງປະເທດ.
ຢູ​ແກຼນ ແຈ້ງ​ໃຫ້​ຊາບ​ວ່າ ກໍ​່ຳ​ປັ່ນ​ຂົນ​ສົ່ງ​ທັນ​ຍາ​ຫານໃຫຍ່​ທີ່​ສຸດໄດ້​ອອກ​ຈາກ​ທ່າກ່ຳ​ປັ່ນ - ảnh 1ກ່ຳປັ່ນຂົນສົ່ງທັນຍາຫານ (ພາບ: TTXVN)

ຢູແກຼນ ແຈ້ງໃຫ້ຊາບວ່າ ມີກ່ຳປັ່ນກວ່າ 13 ລຳ ຂົນສົ່ງຜະລິດຕະພັນກະເສດ 282.500 ໂຕນຂອງປະເທດນີ້ໄດ້ອອກຈາກທ່າກ່ຳປັ່ນຂອງ ຢູແກຼນ ໃນວັນທີ 4 ກັນຍາ ແລະ ຂ້າມທະເລດຳ ໄປຍັງ 8 ຕະຫຼາດຕ່າງປະເທດ. ນີ້ແມ່ນຈຳນວນກ່ຳປັ່ນຂົນສົ່ງທັນຍາຫານສົ່ງອອກໃຫຍ່ທີ່ສຸດຂອງ ຢູແກຼນ ໄດ້ເດີນທາງຈາກທ່າກ່ຳປັ່ນໃນວັນດຽວກັນ ພາຍຫຼັງທີ່ ຢູແກຼນ ເຊັນຂໍ້ຕົກລົງກັບ ລັດເຊຍ ໃນວັນທີ 22 ກໍລະກົດ ດ້ວຍບົດບາດເປັນກາງຂອງ ສປຊ ແລະ ຕວັກກີ.

ຈຳນວນທັນຍາຫານສົ່ງອອກເຂົ້າທຽບທ່າກ່ຳປັ່ນ Odesa, Chornomorsk ແລະ Pivdennyi, ເຊິ່ງແມ່ນທ່າກ່ຳປັ່ນທີ່ຖືກທະຫານ ລັດເຊຍ ປິດລ້ອມທັງໝົດຈົນຮອດເວລາທີ່ Kiev ແລະ Moscow ບັນລຸໄດ້ຂໍ້ຕົກລົງ. ຕາມແຈ້ງການຂອງກະຊວງພື້ນຖານໂຄງລ່າງ ຢູແກຼນ ໃນ Facebook, ນັບແຕ່ນັ້ນມາຮອດປັດຈຸບັນ, ໄດ້ມີກ່ຳປັ່ນ 86 ລຳໄດ້ອອກຈາກທ່າກ່ຳປັ່ນຂອງ ຢູແກຼນ ແລະ ຂົນສົ່ງຜະລິດຕະພັນກະເສດປະມານ 2 ລ້ານໂຕນຂອງປະເທດນີ້ສົ່ງອອກໄປຍັງ 19 ປະເທດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ