ຢູແກຼນຕໍ່ກຳນົດເວລາ ຄຳສັ່ງຢຸດຍິງຢູ່ພາກ ຕາເວັນອອກ


ຢູແກຼນຕໍ່ກຳນົດເວລາ ຄຳສັ່ງຢຸດຍິງຢູ່ພາກ ຕາເວັນອອກ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ແກຼນ​ Petro Prosenko

(ພາບ: http://dantri.com.vn)

(vovworld)- ​ວັນ​ທີ 27/6, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ແກຼນ​ຄົນ​ໃໝ່, ທ່ານ Petro Prosenko ໄດ້​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ຢຸດ​ຍິງ​ຂອງ​ລັດ​ຖະ​ບານ​ທີ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ເທດນີ້​ຕື່​ມອີກ 3 ວັນ, ຮອດ 22 ໂມງ​ຂອງວັນ​ທີ 30/6 ຕາມ​ເວ​ລາ​ທ້ອງ​ຖິ່ນ. ແຕ່​ທ່ານ Petro Prosenko ຍັງ​ໃຫ້​ຮູ້​ວ່າ: ບັນ​ດາ​ກຳ​ລັງ​ທະ​ຫານ​ຂອງ​ລັດ​ຖະ​ບານ​ຢູ​ແກຼນ ມີ​ສິດ​ຢຸດ​ຕິ​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ບໍ່​ວ່າ​ຈຸດ​ເວ​ລາ​ໃດ ກ່ອນ​ການ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ຢູ່​ບັນ​ດາ​ເຂດ​ທີ່​ເງື່ອນ​ໄຂ​ການ​ຢຸດ​ຍິງບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ພາຍ​ຫຼັງ​ທີ່​ທ່ານ Petro Prosenko ເຊັນ​ສັນ​ຍາ​ຮ່ວມ​ສຳ​ພັນ​ກັບ​ສະ​ຫະ​ພາບ​ເອົ​ລົບ (ອີ​ຢູ) ທີ່ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ ຈັດ​ຂຶ້ນ​ຢູ່ ບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ.

  ເລື່ອງຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ຢຸດ​ຍິງ​ດັ່ງ​ກ່າວ​ກົງ​ກັບ​ເວ​ລາ​ສຸດ​ທ້າຍ​ຊື່ງ​ບັນ​ດາ​ການ​ນຳ​ອີ​ຢູ ຍົກ​ອອກ​ມາສຳ​ລັບ​ກຸ່ມ​ປະ​ກອບ​ອາ​ວຸດ​ຂອງ​ຝ່າຍ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ສະ​ຫະ​ພັນຢູ​ແກຼນ ແນ​ໃສ່​ເຫັນ​ດີ​ກັບ​ແຜນ​ການ​ຕິດ​ຕາມກວດ​ກາ​ຄຳ​ສັ່ງ​ຢຸດ​ຍິງ, ມອບ​ສົ່ງ​ປ້ອມກວດ​ກາ​ຊາຍ​ແດນ​ພວມ​ຍຶດ​ຄອງ​ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ກີ​ແອບ ປ່ອນ​ຕົວ​ຕົງ​ປະ​ກັນ, ເປີດ​ສາ​ກການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ແຜນ​ການ​ສັນ​ຕິ​ພາ[​ຂອງ​ທ່ານ Petro Prosenko ຢ່າງ​ເຂັ້ມ​ງວດ./.

ຂ່າວ/ບົດ​ອື່ນ