ລົງທຶນແຫຼ່ງຊັບພະຍາກອນມະນຸດແລະພື້ນຖານໂຄງລ່າງໃຫ້ວິທະຍາສາດເຕັກໂນໂລຊີ

ລົງທຶນແຫຼ່ງຊັບພະຍາກອນມະນຸດແລະພື້ນຖານໂຄງລ່າງໃຫ້ວິທະຍາສາດເຕັກໂນໂລຊີ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ, ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 13/02, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ໄດ​້​ໄປ​ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ FPT ແລະ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ໜອງ​ໄລ​ຍະ 2 ຂອງ​ບ້ານ​ຊອບ​ແວ F-Ville (F-Ville 2) ຢູ່​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ຮ່​ວາ​ຫຼາກ, ຮ່າ​ໂນ້ຍ. ​ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ຢືນ​ຢັນ​ວ່າ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ແລະ ຂະ​ບວນ​ການ​ເລີມ​ທຸ​ລະ​ກິດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

        ​ເມື່ອເຂົ້າ​ຮ່ວມ​ພິ​ທີ​ຕັດ​ແຖບ​ຜ​້າ​ເປີດ​ສະ​ໜອງ​ໄລ​ຍະ 2 ​ບ້ານ​ຊອບ​ແວ F-Ville (F-Ville 2), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວ​ູ​ດຶກ​ດາມ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ​ຕ້ອງ​ມີ​ຄົນ​ງານ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມ​ູນ​ຂ່າວ​ສານ, ການ​ບໍ​ລິ​ການ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ອຸດ​ສາ​ຫະ​ກຳ​ເນື້ອ​ໃນ​ດີ​ຈີ​ຕອນ 1 ລ້ານ​ຄົນ ເພື່ອ​ໃຫ້ຂະ​ແໜງ​ຊອບ​ແວ ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ​ທາງ​ດ້ານຈຳ​ນວນ, ຜະ​ລິດ​​ເຕັກ​ໂນ​ໂລ​ຊີໄດ້​ຫຼາຍເພື່ອປ່ຽນ​ແປງ​ຊີ​ວິດ​​ການ​ເປັນ​ຢູ່ຂອງ​ມະ​ນຸດ.

ຂ່າວ/ບົດ​ອື່ນ