ລັດຖະບານກຳປູເຈັຍປະດັບຫຼຽນໄຊໃຫ້ທະນາຄານ BIDV

ລັດຖະບານກຳປູເຈັຍປະດັບຫຼຽນໄຊໃຫ້ທະນາຄານ BIDV - ảnh 1
ພິ​ທີ​ປະ​ດັບຫຼຽນ

(vovworld) - ວັນ​ທີ  25/5, ຢູ່​ນະຄອນຫຼວງ​ພະນົມ​ເປັນ, ຜູ້ຕາງໜ້າ​ລັດຖະບານ​ລາຊະ​ອານາ​ຈັກ ກຳປູ​ເຈຍ ​ໄດ້​ປະດັບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ທີ່​ສຸດ​ຂອງລາຊະ​ອານາ​ຈັກກຳປູ​ເຈຍ ໃຫ້​ທະນາຄານລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ​ແລະ ທະນາຄານລົງທຶນ ​ແລະ ພັດທະນາ​ກຳປູ​ເຈຍ (BIDC)  - ​ເຊິ່ງ​ແມ່ນ​ສະມາຊິກ​ຂອງທະນາຄານ BIDV ຢູ່ກຳ​ປູ​ເຈຍ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ນາງ Men Som On, ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ, ຕີ​ລາຄາ​ສູງ ​ແລະ ຮັບ​ຮູ້​ການ​ປະກອບສ່ວນ​ຂອງທະນາຄານ BIDV ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງກຳປູ​ເຈຍ. ທະ​ນາຄາ​ນໄດ້​ຊ່ວຍ​ເຫຼືອ​ຊາວ​ກຳປູ​ເຈັຍ​ ແກ້​ໄຂ​ໄພ​ທຳ​ມະ​ຊາດ, ສະໜອງ​ທຶນ​ສຶກສາ​ໃຫ້​ນັກຮຽນ​ກຳປູ​ເຈັຍທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ເຊິ່ງປະຈຸ​ບັນ​ພວມ​ຮຳ່ຮຽນ​ຢູ່​ຫວຽດນາມ ​ແລະ ກຳປູ​ເຈຍ ກໍ່​ຄື​ຊ່ວຍ​ເຫຼືອ​ໃນ​ຂົງ​ເຂດ​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ