ລັດຖະບານຈັດກອງປະຊຸມສະໄໝສາມັນປະຈຳເດືອນ 5/2016

ລັດຖະບານຈັດກອງປະຊຸມສະໄໝສາມັນປະຈຳເດືອນ 5/2016 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ເດືອນ 5/2016 ຂອງ​ລັດ​ຖະ​ບານ
(ພາບ: TTXVN)

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 1/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ເດືອນ 5/2016 ຂອງ​ລັດ​ຖະ​ບານ. ເປັນ​ຄັ້ງ​ທຳ​ອິດ​ທີ່​ ລັດ​ຖະ​ບານໄດ້​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ບັນ​ຫາ​ການກໍ່​ສ້າງ, ປັບປຸງ​ກົນ​ໄກ ​ໃຫ້​ສົມ​ບູນ​ແບບ​ກ່ອນ​ທີ່​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ. ກ່າວ​ຄວາມ​ເຫ​ັນ​ເປີດກອງ​ປ​ະຊຸມ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ຢັ້ງ​ຢືນ ຕັດ​ສິນ​ໃຈ​ກໍ່​ສ້າງ​ລັດ​ຖະ​ບານ​ດຳເນີນ​ງານ, ​ບູ​ລະ​ນະ, ຊື່​ສັດ​ບໍ​ລິ​ສຸດ, ຮ​ັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ການ​ພັດ​ທະ​ນາ ​ເພື່ອ​ໃ​ຫ້​ປະ​ຊາ​ຊົນມີ​ຊີ​ວິດ​ ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ດີກ່ວາ​, ​ສະ​ຫງົບ​ປອດ​ໄພ​ກ່ວາ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ການກໍ່​ສ້າງ​ລະ​ບອບ​ລະ​ບຽບ​ການ ເປັນ​ໜ້າ​ທີ່​ຈຸດ​ສຸມ ຂອງ​ລັດ​ຖະ​ບານ, ​ຈາກ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຕະຫຼອດ​ຮອດບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຖະ​ບວງກົມ ລ້ວນ​ແຕ່​ຕ້ອງ​ສຸມ​ໃສ່. ເພາະ​ສະ​ນັ້ນ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ບັ​ນ​ດາ​ກະ​ຊວງ​ສຸມ​ໃສ່​ສະ​ຫງວນ​ເວ​ລາ​ປັບ​ປຸງ ບັນ​ດາ​ເອ​ກະ​ສານ​​ນິ​ຕິ​ກຳ​ທີ​ຍັງ​ຂາດ​ໃຫ້​ສົ​ມ​ບູນ.ສະ​​ຫຼຸບການ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ.

        “ປະ​ລິ​ມານ​ຕ້ອງ​ຕິດ​ພັນ​ກັບ​ຄຸນ​ນະ​ພາບ. ພວກ​ເຮົາ​ຕ້ອງ​ຍົກ​ອອກ​ບາງ​ມາດ​ຕະ​ການ​ແກ້​ໄຂ​ຄື, ປຶກ​ສາ​ຫາ​ລື​ໂດຍ​ກົງ. ໂ​ດຍ​ສະ​ເພາະ​ແມ່ນ​ບົດ​ບາດ​ຂອງ​ລັດ​ຖະ​ມົນ​ຕີ 2 ທ່ານ​ທີ່​ເຮັດ​ວຽກ​ງານ​ສຳ​ຄັນ​ນີ້​ເພື່ອ​ປຶກ​ສາ​ຫາ​ລື, ນັ້ນແມ່ນ​ລັດ​ຖະ​ມົນ​ຕີ, ຫົວ​​ໜ້າຫ້ອງວ່າ​ການ​ລັດ​ຖະ​ບານ ແລະ ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​ຕິ​ທຳ ເປັນ​ປະ​ທານ​ບາງ​ການ​ພົບ​ປະ​ລະ​ຫວ່າງ​ຂະ​ແ​ໜງການ​ເພື່ອ​ປຶກ​ສາ​ຫາ​ລື. ທີ 2 ແມ່ນ​​ຮັດ​ແຄບ​ບັນ​ດາ​ຂັ້ນ​ຕອນປະ​ກອບ​ເອ​ກະ​ສານ, ພິ​ເສດ​ແມ່ນ​ບັນ​ຫາ​ເປີດ​ເຜີຍ​ກະ​ຈ່າງ​ແຈ້ງ​ໃນ​​ມະ​ຫາ​ຊົນ”

        ແລະກໍ່​ທີ່​ກອງ​ປ​ະ​ຊຸມ, ລັດ​ຖະ​ບານ ໄດ້ປະ​ກອບຄຳ​ເຫັນໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຊົນ​ລະ​ປະ​ທານ; ຮ່າງ​ລັດ​ຖະ​ບັນ​ຍັດ ວ່າ​ດ້ວຍ​ແນວ​ພັນ​​ປູກ (ສະ​ບັບ​ປັບ​ປຸງ); ຮ່າງ​​​ລັດ​ຖະ​ບັນ​ຍັດ ວ່າ​ດ້ວຍແນວ​ພັນ​ສັດ​ລ້ຽງ. ລັດ​ຖະ​ບານ​ຍັງ​ປະ​ກອບ​ຄຳ​ເ​ຫັນ​ ໃສ່​ແຜນຮ່າງ ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ຫັນ​ການ​ພົວພັນແລກ​ປ່ຽນ​ດ້ານ​ທຶນ​ຮອນ ຂອງ​ຫວຽດ​ນາມເປັນ​ເສ​ລີ; ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຊີ້​ນຳ​ບໍ​ລິ​ຫານ​ລາ​ຄາ ປີ 2015; ວຽກ​ການ​ແກ້​ໄຂ້​ຂໍ້​ຄົງ​ຄ້າງ ໃນ​ການ​ຊຳ​ລະ​ທຶນ​ສຳ​ລັບ​​ບັນ​ດາ​ໂຄງ​ການ​ລົງ​ທຶນ ຂື້​ນ​ກັບ​ບັນ​ດາ​ໂຄງ​ການ​​ເປົ້າໝາຍ​ແຫ່ງ​ຊາດ ແລະ ບົດ​ລາຍ​ງານ​ສະຫຼຸບ​ຂາດ​ຕົວງົບ​ປະ​ມານ​ແຫ່ງ​ລັດ ປີ 2016.

ຂ່າວ/ບົດ​ອື່ນ