ລັດຖະບານຈະແກ້ ໄຂບັນດາຂໍ້ສະເໜີ ທີ່ເປັນທຳຂອງ ວິສາຫະກິດໂດຍໄວ

ລັດຖະບານຈະແກ້ ໄຂບັນດາຂໍ້ສະເໜີ ທີ່ເປັນທຳຂອງ ວິສາຫະກິດໂດຍໄວ - ảnh 1
ກອງ​ປະຊຸມ​ລັດຖະບານ​ກັບ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​​ແຫ່ງ​ລັດ
(ພາບ: Anh Vũ)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ບັນດາ​ຮອງ​ນາຍົກລັດຖະມົນຕີ ​ໄດ້ເປັນ​ປະ​ທານ​ກອງ​ປະຊຸມ​ລັດຖະບານ​ກັບ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​​ແຫ່ງ​ລັດ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ປີ 2012, ຊາບ​ຊຶ​ມໜ້າ​ທີ່​ຈຸ​ດສຸມ​​ໃນ​ປີ 2013.

        ບົດ​ລາຍການ​ທີ່​ກອງ​ປະຊຸມ​ໃຫ້​ເຫັນ​ວ່າ: ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ ​ແຕ່​ໃນ​ປີ 2012 ຍອດ​ຈຳນວນ​ລາຍ​ຮັບ​ຂອງ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ​ ບັນລຸ​ໄດ້​ກ່ວາ 1.620.000 ຕື້​ດົ່ງ, ​ເທົ່າ​ກັບ 92%​ແຜນການທີ່​ໄດ້​ວາງ​ອອກ ​ແລະ ​ເພີ່ມ​ຂຶ້ນ 2% ​ເມື່ອ​ທຽບ​ໃສ່​ປີ 2011.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ລັດຖະບານ​ຈະ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ທີ່ເປັນ​ທຳ​ຂອງ​ວິ​ສາ​ຫະກິດ​ໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີ ຮຽກ​ຮ້ອງ​ໃຫ້​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ກວດກາ​ຄືນ​ແຜນການ​ຜະລິດ​ດຳ​ເນີ​ນທຸລະ​ກິດ, ຊັບຊ້ອນ, ປ່ຽນ​ໃໝ່ ​ແລະ ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ຄືນ​ໃໝ່ ຕາມ​ແຜນ​ຮ່າງ​ໄດ້​ຮັບ​ການ​ອະນຸມັດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ:

“ຊີ້​ນຳ​​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ຢ່າງ​ຂຽວ​ຂາດຕາມ​ແຜ​ນຮ່າງ​​ທີ່ໄດ້​ອະນຸມັດ​ຜ່ານ​, ​ເອົາ​ໃຈ​ໃສ່​ເຖິງ​ການ​ປະກາດ​ໃຊ້​ລະບຽບ​ການ, ກົດ​ລະບຽບ​ພາຍໄນ. ລັດຖະບານ​ຈະ​ປະກາດ​ໃຊ້​ດຳລັດກ່ຽວ​ກັບ​ບັນຫາ​ນີ້. ໝາຍ​ຄວາມ​ວ່າ​ວິ​ສາ​ຫະກິດ​ຕ້ອງ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ແຕ່​ວ່າ​ວິ​ສາ​ຫະກິດ​ກໍ່​ຕ້ອງ​ປະຕິບັດ​ຢ່າງ​ຖືກຕ້ອງ​ນັບ​ແຕ່ການ​ຄຸ້ມ​ຄອງ​ທຶນ, ຄຸ້ມ​ຄອງ​ການ​ລົງທຶນ, ການ​ຄຸ​້ມຄອງຊັບພະຍາກອນ​ມະນຸດ​ກໍ່​ຕ້ອງ​ນຳ​ເຂົ້າ​ໃນ​ມະຕິ​ດັ່ງກ່າວ. ມອບ​ສິດ​​ເປັນ​ເຈົ້າ, ຮັບຜິດຊອບ​​ແຕ່​ຕ້ອງ​ນອນ​ໃນ​ຂອບ​ເຂດ​ຂອງ​ກົດໝາຍ”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ: ບັນດາ​ກຸ່ມບໍລິສັດ​ເສດຖະກິດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ຕ້ອງ​ຫັນ​ເປັນ​ຫຸ້ນ​ສ່ວນ​ຢ່າງ​ເດັດຂາດ, ​ແກ້​ໄຂສະພາບ​ບັນດາ​ວິ​ສາ​ຫະກິດຖືກ​ຫຼຸດທຶນ​​ໃນ​ໄລຍະຍາວ ບໍ່​ມີ​ຄວາມ​ສາມາດ​ຟື້ນ​ຟູ​ໄດ້ຢ່າງ​ເດັດ​ຂາດ, ບໍ່​ປະ​ໃຫ້​​ເກີດໄພ​ຫຍໍ້​ທໍ້​.

ຂ່າວ/ບົດ​ອື່ນ