ລັດຖະບານປາດຖະໜາຢາກໃຫ້ປະຊາຊົນ, ປະຊາຄົມວິສາຫະກິດປະກອບເຫື່ອແຮງ, ພູມປັນຍາ, ແຫຼ່ງເງິນເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໄດ້ຊົມເຊີຍປະຊາຄົມວິສາຫະກິດທີ່ພ້ອມກັນເຂົ້າຮ່ວມເພື່ອໃຫ້ຫວຽດນາມ ມີວັກຊິນໂດຍໄວ
ລັດຖະບານປາດຖະໜາຢາກໃຫ້ປະຊາຊົນ, ປະຊາຄົມວິສາຫະກິດປະກອບເຫື່ອແຮງ, ພູມປັນຍາ, ແຫຼ່ງເງິນເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ກ່າວຄຳເຫັນທີ່ກອງປະຊຸມ)

ວັນທີ 04 ມິຖຸນາ, ທີ່ກອງປະຊຸມກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢືນຢັນວ່າ, ວັກຊິນທີ່ສົ່ງມາຫວຽດນາມ ຍັງບໍ່ທັນຫຼາຍ, ບໍ່ແມ່ນເລື່ອງຂາດແຫຼ່ງການເງິນ ຫາກຍ້ອນແຫຼ່ງສະໜອງວັກຊິນໃນໂລກຂາດແຄນ, ນັກຜະລິດຕ່າງປະເທດພຽງຂາຍໃຫ້ຜູ້ຕາງໜ້າລັຖະບານເທົ່ານັ້ນ, ຫາກບໍ່ຂາຍໂດຍກົງໃຫ້ແກ່ວິສາຫະກິດ. ຍ້ອນເຫດນັ້ນ, ລັດຖະບານປາດຖະໜາວ່າ, ປະຊາຄົມວິສາຫະກິດຈົ່ງປະກອບເຫື່ອແຮງ, ພູມປັນຍາ, ແຫຼ່ງການເງິນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດເວົ້າລວມ, ການສຳຜັດກັບແຫຼ່ງວັກຊິນເວົ້າສະເພາະ.

        ສະແດງຄວາມຂອບໃຈຕໍ່ປະຊາຄົມວິສາຫະກິດທີ່ໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໃນເວລາເກືອບ 1 ກວ່າປີຜ່ານມາ, ປະກອບແຫຼ່ງກຳລັງຫຼາຍຢ່າງໃຫ້ແກ່ການຕໍ່ສູ້, ຕ້ານໂລກລະບາດ ແລະ ປະຈຸບັນແມ່ນສືບຕໍ່ເຂົ້າຮ່ວມການໜູນຊ່ວຍ, ປະກອບເຂົ້າກອງທຶນວັກຊິນກັນໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໄດ້ຊົມເຊີຍປະຊາຄົມວິສາຫະກິດທີ່ພ້ອມກັນເຂົ້າຮ່ວມເພື່ອໃຫ້ຫວຽດນາມ ມີວັກຊິນໂດຍໄວ, ສັກວັກຊິນໂດຍມີຄວາມປອດໄພໃຫ້ແກ່ປະຊາຊົນໄດ້ຫຼາຍທີ່ສຸດ ເພື່ອສາມາດບັນລຸໄດ້ການຕານທານໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ