ລັດຖະບານຢູແກຼນແລະ ກຳລັງທ່ວງເອົາເອກະລາດ ບັນລຸໄດ້ຂໍ້ຕົກລົງ ຢຸດຍິງສະບັບໃໝ່


ລັດຖະບານຢູແກຼນແລະ ກຳລັງທ່ວງເອົາເອກະລາດ ບັນລຸໄດ້ຂໍ້ຕົກລົງ ຢຸດຍິງສະບັບໃໝ່ - ảnh 1

(ພາບ: AFP-TTXVN)

(vovworld)– ​ ວັນ​ທີ 4/12, ລັດຖະບານ​ຢູ​ແກຼນ ​ແລະ​ ກຳລັງ​ທ່ວງ​ເອົາ​ເອກະລາ​ດ ​ປະກາດ​ວ່າ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບຂໍ້​ຕົກລົງ​ຢຸດ​ຍິງ​ສະບັບ​ໃໝ່ຢູ່​ລຽບ​ຕາມ​ເຂດສູ້​ຮົບ​ທາງ​ທິດຕາ​ເວັນ​ອອກ​ແຕ່​ວັນ​ທີ 9/12. ທ່ານ​ປະທານາທິບໍດີ​ຢູ​ແກຼນ Petro Poroshenko ​ໃຫ້​ຮູ້​ວ່າ: ບັນດາມາດຕາ​ໃນ​ຂໍ້ຕົກລົງຢຸດ​ຍິງ​ສະບັບ​ໃໝ່ລວມມີ​ບັນຫາ​ສັນຕິພາບ ບັນລຸ​ໄດ້​ນະຄອນຫຼວງ Minsk ຂອງ​ເບ​ລາຣຸດ ​ໃນ​ວັນ​ທີ 5/9. ​ສ່ວນ​ທ່ານ Andrey Purgin ປະທານ​ສະພາ​ແຫ່ງ​ຊາດ ສ.ປະຊາຊົນ Donetsk ຂະໜານ​ນາມ​ເອງ ກໍ່​​ຮັບ​ຮູ້​ກ່ຽວ​ກັບ​ຂໍ້​ຕົກລົງ​ຢຸດ​ຍິງ​ເຊັ່ນ​ດຽວ​ກັນ.

  ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂັ້ນສູງ​ຂອງ OSCE ຢູ່ Basel ປະ​ເທດ​ສະ​ວິດ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ເນັ້ນໜັກ​ວ່າ OSCE ຄວນ​ເພີ່ມ​ທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ./.

ຂ່າວ/ບົດ​ອື່ນ