ລັດຖະບານລາວເອົາໃຈໃສ່ຕໍ່ການຮ່ວມມືໃນທຸກຂົງເຂດກັບແຂວງເຫງ້ອານ

ລັດຖະບານລາວເອົາໃຈໃສ່ຕໍ່ການຮ່ວມມືໃນທຸກຂົງເຂດກັບແຂວງເຫງ້ອານ - ảnh 1
ທ່ານ ​ທອງ​ລຸນ ສີ​ສຸ​ລິດ ​ເຮັດ​ວຽກ​ຢູ່​ແຂວງ ​ເຫ​ງ້ອານ
(ພາບ: baonghean.vn)

(vovworld) – “​ໂດຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ ​ໃນ​ທຸກ​ຂົງ​ເຂດ, ສຳລັບ​ແຂວງ ​ເຫ​ງ້​ອານ, ລັດຖະບານ ລາວ ຈະ​ເອົາ​ໃຈ​ໃສ່​ສ່ວນ​ຫລາຍ​ໃນ​ການ​ຮ່ວມ​ມື​ເສດຖະກິດ, ການຄ້າ, ການ​ລົງທຶນ ​ແລະ ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ຊາຍ​ແດນ”. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສປປ.ລາວ ທອງ​ລຸນ ສີ​ສຸ​ລິດ ​ໃນ​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ​ເຫ​ງ້ອານ ​ເມື່ອຕອນ​ບ່າຍ​ວັນ​ທີ 29/7. ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​​ເພື່ອນ​ມິດຂອງ ລາວ ກັບ ​ແຂວງ ​ເຫ​ງ້​ອານ ​ໄດ້​ເພີ່ມ​ທະວີ​ໃນ​ຫລາຍ​ຂົງ​ເຂດ. ການ​ສົ່ງ​ອອກ​ບັນລຸ​ກ່ວາ 33 ລ້ານ USD, ການ​ນຳ​ເຂົ້າບັນ​ລຸ 21,7 ລ້ານ USD. ​ແຂວງ ​ເຫ​ງະ​ອານ​ໄດ້​ສະ​ເໜີ​ຕໍ່​ລັດຖະບານ ລາວ ຕ້ອງ​ຍົກ​ລະດັບ​ດ່ານ​ຊາຍ​ແດນ ນ້ຳ​ໂອນ - ​ແທງ​ທຸຍ ​ເປັນ​ດ່ານ​ຊາຍ​ແດນ​ສາກົນ. ພ້ອມ​ທັງ, ຊີ້​ນຳ​ຍູ້​​ໄວ​ລະດັບ​ການ​ກໍ່ສ້າງ, ສຳ​ເລັດ​ເສັ້ນທາງ​ຈາກ​​ໃຈກາງ​ເມືອງ ປາກ​ຊັນ ​ແລະ ​ໄຊ​ຈຳ​ປອນ ຮອດ​ດ່ານ​ຊາຍ​ແດນ ​ແທງ​ທຸຍ, ​ເຫ​ງ້ອານ ສ້າງ​ເງື່ອນ​ໄຂ​ເຂົ້າ​ອອກ​ເມືອງ, ພັດທະນາ​ເສດຖະກິດ​ລະຫວ່າງ 2 ປະ​ເທດ

      ທ່ານ​ຮອງ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸລິດ ຢືນຢັນ​ວ່າ: ລາວ - ຫວຽດນາມ ​ແມ່ນ 2 ປະ​ເທດ​ມີ​ສາຍ​ພົວພັນ​ມິດຕະພາບພິ​ເສດ​. ຝ່າຍ ລາວ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ ​ໃນ​ນັ້ນ​ມີ​ແຂວງ ​ເຫງ້​ອານ.

ຂ່າວ/ບົດ​ອື່ນ