ລັດຖະບານສືບຕໍ່ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງ ກົດໝາຍ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານກອງປະຊຸມ
(ພາບ: Đức Tám/TTXVN)
(vovworld) – ວັນທີ 17/7, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ລັດຖະບານສືບຕໍ່ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ. ລັດຖະບານໄດ້ຮັບຟັງລາຍງານ, ສຸມໃສ່ປຶກສາຫາລືກ່ຽວກັບຮ່າງກົດໝາຍບາງສະບັບຄື: ຮ່າງກົດໝາຍວ່າດ້ວຍອົງການຈັດຕັ້ງລັດຖະບານ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍອົງການຈັດຕັ້ງອຳນາດການປົກຄອງທ້ອງຖີ່ນ, ຮ່າງກົດໝາຍວ່າດ້ວຍພົນລະເມືອງ, ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍບັນຊີ, ຮ່າງກົດໝາຍວ່າດ້ວຍການປະກາດໃຊ້ບັນດາເອກະສານນິຕິກຳກົດໝາຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະເໜີໃຫ້ບັນດາສະມາຊິກລັດຖະບານຍົກສູງຈິດໃຈຮັບຜິດຊອບ, ປະກອບຄຳເຫັນ, ພິເສດແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງໂດຍກົງເຖິງຂອບເຂດການຄຸ້ມຄອງຂອງກະຊວງ, ຂະແໜງການຂອງຕົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກໍ່ຊີ້ແຈ້ງຄວາມຮຽກຮ້ອງຕ້ອງການຕ້ອງຮັບປະກັນລັກສະນະທັນການ, ຖືກຕ້ອງກັບຄວາມຄືບໜ້າ... ພ້ອມທັງເອົາໃຈໃສ່ຮັບປະກັນຄຸນນະພາບຂອງບັນດາເອກະສານນິຕິກຳ, ນັ້ນແມ່ນລັກສະນະຖືກຕ້ອງຕາມກົດໝາຍ ແລະ ລັດຖະທຳມະນູນ, ມີຄວາມສາມາດເປັນໄປໄດ້ຂອງບັນດາເອກະສານ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ສະເໜີໃຫ້ບັນດາກະຊວງ, ຂະແໜງການເປັນເຈົ້າພາບຮຽບຮຽງບັນດາຮ່າງກົດໝາຍດັ່ງກ່າວ, ຮັບເອົາຄຳເຫັນຂອງບັນດາສະມາຊິກລັດຖະບານເພື່ອເພີ່ມເຕີມ, ສ້າງສຳເລັດບັນດາຮ່າງກົດໝາຍ.