ລັດຖະບານຫວຽດນາມດຳເນີນກອງປະຊຸມປະຈຳເດືອນ 4

 ລັດຖະບານຫວຽດນາມດຳເນີນກອງປະຊຸມປະຈຳເດືອນ 4 - ảnh 1
ກອງປະຊຸມປະຈຳເດືອນ 4 ຂອງ ລັດຖະບານ
(ພາບ:baodientu.chinhphu)

ວັນ​ທີ 26/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ໄດ້ເປັນປະທານ ກອງປະຊຸມປະຈຳເດືອນ 4 ຂອງ ລັດຖະບານ ແນໃສ່ຕີລາຄາສະພາບການເສຖະກິດ-ສັງຄົມໃນເດືອນ 4 ແລະ 4 ເດືອນຕົ້ນປີ 2013. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ໄດ້ຊີ້ແຈ້ງວ່າ ໃນ 4 ເດືອນທີ່ຜ່ານມາ, ສະພາບເສດຖະກິດ-ສັງຄົມໃນທຸກດ້ານສືບຕໍ່ມີການຫັນປ່ຽນ ແລະ ບັນລຸໝາກຜົນຢ່າງຕັ້ງໜ້າ ນັບທັງໃນການຈຳກັດໄພເງິນເຟີ້, ສ້າງ ເສດຖະກິດມະຫາພາກ ເປັນປົກກະຕິ, ຮັກສາການເຕີບໂຕ, ຮັບປະກັນ ຊີວິດສັງຄົມ. ​ແຕ່​ຍັງ​ບາງ​ຂົງ​ເຂດ​ຍັງ​ຊັກ​ຊ້າ ​ແລະ ປະ​ສົບ​ກັບ​ຄວາມຫຍຸ້ງຍາກ, ສິ່ງ​ຄ້າງຄ່າ​ຫຼາຍ​ຢ່າງ​ໃນ​ການປະຕິບັດ. ທ່ານນາຍົກ ລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ ​ເນັ້ນ​ໜັກ​ວ່າ : “ ພວກ​ເຮົາ​ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ ​ແລະ ທັນ​ການ. ສິ່ງ​ໃດ​ທີ່​ສື່​ມວນ​ຊົນ ​ແລະ ປະຊາຊົນ​ຄົ້ນ​ພົບ​ວ່າ ຍັງ​ບໍ່​ທັນ​ແທດ​ເໝາະ, ພວກ​ເຮົາ​ຕ້ອງ​ປັບປຸງ​ໃນ​ທັນທີ. ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ລັດຖະມົນຕີ​ໃຫ້ການ​ຊີ້​ນຳ​ກວດກາ​ຄືນ​ຢ່າງ​ຂ້ຽວຂາດ. ຂົງ​ເຂດ​ຂອງ​ລັດຖະມົນຕີ​ທ່ານ​ໃດ, ​ແມ່ນ​ຕ້ອງ​ສ້າງ​ລະບອບ, ກົນ​ໄກ​ໃຫ້​ສົມບູນ​ແບບ​ເພື່ອ​ປະຕິບັດ. ຂ້າພະ​ເຈົ້າ​ເຄີຍ​ຕັກ​ເຕືອນ ບັນດາ​ລັດຖະມົນຕີວ່າ ກົນ​ໄກ​ນະ​ໂຍບາຍ​ແມ່ນ​ສຳຄັນ​ອັນ​ດັບ​ໜຶ່ງ​. 

ຂ່າວ/ບົດ​ອື່ນ