ລັດຖະບານອັງກິດ ຜ່ານຜ່າການປ່ອນບັດໄວ້ວາງໃຈ

(VOVWORLD) -ບັນດາເຈົ້າໜ້າທີ່ ອີຢູ ພວມພິຈາລະນາບັນດາແຜນການໂຈະເລື່ອງອັງກິດຖອນຕົວອອກຈາກກຸ່ມນີ້ ໄປຮອດປີ 2020

ດ້ວຍຈໍານວນບັດສະໜັບສະໜູນ 325 ບັດ ແລະ ບັດຄ້ານ 306 ບັດ, ວັນທີ 16 ມັງກອນ, ລັດຖະບານຂອງ ທ່ານນາງນາຍົກລັດຖະມົນຕີອັງກິດ  Theresa May ໄດ້ຜ່ານຜ່າການປ່ອນບັດໄວ້ວາງໃຈ ຢູ່ສະພາແຫ່ງຊາດຂອງປະເທດນີ້. ຜ່ານນັ້ນ ເປັນການເປີດຊ່ອງທາງເພື່ອໃຫ້ການນໍາອັງກິດ ມານະພະຍາຍາມສ້າງຄວາມເຫັນດີເປັນເອກະພາບຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບຂໍ້ຕົກລົງ ວ່າດ້ວຍເລື່ອງປະເທດນີ້ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ຫຼືເອີ້ນວ່າ Brexit.  

ລັດຖະບານອັງກິດ ຜ່ານຜ່າການປ່ອນບັດໄວ້ວາງໃຈ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Theresa May ພ້ອມດ້ວຍບັນດາສະມາຊິກລັດຖະສະພາ ທີ່ການປ່ອນວັນໃນວັນທີ 16/1 (ພາບ:AFP/TTXVN)

        ແລະກໍໃນວັນດຽວກັນ, ໜັງສືພິມ The Times ໄດ້ລົງຂ່າວວ່າ ບັນດາເຈົ້າໜ້າທີ່ ອີຢູ ພວມພິຈາລະນາບັນດາແຜນການໂຈະເລື່ອງອັງກິດຖອນຕົວອອກຈາກກຸ່ມນີ້ ໄປຮອດປີ 2020, ພາຍຫຼັງ ເຢຍລະມັນ ແລະ ຝລັ່ງສະແດງໃຫ້ເຫັນວ່າ ເຂົ້າເຈົ້າໄດ້ກຽມພ້ອມ ເພື່ອແກ່ຍາວບັນດາການເຈລະຈາ Brexit, ໃນສະພາບທີ່ເວທີການເມືອງ ອັງກິດ ພວມສັບສົນວຸ້ນວາຍ.


ຕອບກັບ

ຂ່າວ/ບົດ​ອື່ນ