ລັດຖະມົນຕີກະຊວງກໍ່ສ້າງ ຈະໂອ້ລົມສົນທະນາ ໂດຍກົງກັບ ປະຊາຊົນ

ລັດຖະມົນຕີກະຊວງກໍ່ສ້າງ ຈະໂອ້ລົມສົນທະນາ ໂດຍກົງກັບ ປະຊາຊົນ  - ảnh 1
(ພາບ:thongtincongnghe.com)

( vovworld ) –     ​​ໃນ​ວັນ​ທີ 5/6 ທີ່​ຈະ​ມາ​ເຖິງ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ Trinh Dinh Dung ຈະ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ກັບປະຊາຊົນ ຢູ່ປະຕູ​ຖານ​ຂໍ້​ມູນ​ລັດຖະບານ. ການ​ໂອ້​ລົມ​ສົນທະນາ​ຈະ​ຕອບ​ບັນດາຄຳ​ຖາມ​ຂອງ​ປະຊາຊົນກ່ຽວ​ກັບ​ບັນດາ​ບັນຫາ​ໃນ​ຂົງ​ເຂດ​ຕ່າງໆ ​ຂຶ້ນ​ກັບ​ໜ້າ​ທີ່​​ຄຸ້ມ​ຄອງ​ລັດ​ຂອງ​ກະຊວງ​ກໍ່ສ້າງ​ຄື: ການກໍ່ສ້າງ, ສະຖາປັດຕະຍາ​ກຳ, ວາງ​ແຜນຜັງ​ກໍ່ສ້າງ, ພື້ນຖານ​ໂຄງ​ລ່າງ​ເຕັກນິກ​ຕົວ​ເມືອງ, ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ, ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ພັດທະນາ​ຕົວ​ເມືອງ, ​ເຮືອນ​ຢູ່ ​ແລະ ສຳນັກງານ, ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ, ວັດ​ສະ​ດຸ​ກໍ່ສ້າງ. ​ໃນ​​ໄລຍະ​ທີ່​ຜ່ານ​ມາ, ມີ​ລັດຖະມົນຕີ 11 ທ່ານ ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ກັບ​ປະຊາຊົນ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ: ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ​ແຜນການ ​ແລະ ການ​ລົງທຶນ, ສາທາລະນະ​ສຸກ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ການ​ເງິນ, ຄົມມະນາຄົມ​ຂົນ​ສົ່ງ, ທະນາຄານ, ອຸດສາຫະກຳ​ການ​ຄ້າ, ​ແຮງ​ງານ-​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ.

ຂ່າວ/ບົດ​ອື່ນ