(vovworld) – ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ, ວັນທີ 9/8, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟູ່ງກວາງແທງ ໄດ້ຕອບສຳພາດຕໍ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳ ລັດເຊຍ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະ ການພົວພັນຮ່ວມມືດ້ານເຕັກນິກ, ການທະຫານ ຫວຽດນາມ - ລັດເຊຍ. ລັດຖະມົນຕີກະຊວງປ້ອງກັນປະເທດ ຟູ່ງກວາງແທງ ໃຫ້ຮູ້ວ່າ 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນການຮ່ວມມືດ້ານເຕັກນິກ - ການທະຫານ ແລະ ປ້ອງກັນຊາດມີບາດກ້າວພັດທະນາທັງຢ່າງເລິກເຊິ່ງ ແລະ ກ້ວາງຂວາງ. ການຢ້ຽມຢາມ ລັດເຊຍ ຂອງຄະນະໃນຄັ້ງນີ້ກ່ອນອື່ນໝົດເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ລະຫວ່າງການນຳ 2 ປະເທດກ່ຽວກັບການຮ່ວມມື 2 ຝ່າຍ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ແລະ ເຕັກນິກ - ການທະຫານ. 2 ຝ່າຍໄດ້ເຫັນດີເປັນເອກະສັນຕໍ່ທັດສະນະຕີລາຄາຄວາມສຳຄັນ ແລະ ຄວາມຈຳເປັນຕ້ອງຮ່ວມມືນັບມື້ນັບເລິກເຊິ່ງກ້ວາງຂວາງກ່ວາອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບໃນພາກພື້ນ. 2 ຝ່າຍໄດ້ເຫັນດີເຫັນພ້ອມກັບບັນດາສັນຍາຊື້ອາວຸດທີ່ໄດ້ຮັບການລົງນາມຢູ່ແລ້ວ, ລັດເຊຍ ຮັບປະກັນຄຸນນະພາບ, ລາຄາເໝາະສົມ ແລະ ມີບຸລິມະສິດສຳລັບ ຫວຽດນາມ, ຮັບປະກັນການສ້ອມແປງ, ສະໜອງວັດຖຸອຸປະກອນເຄື່ອງອາໄຫຼ່.