ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢືນຢັນຄຳໝັ້ນສັນຍາໃນການປົກປ້ອງ ຟີລິບປິນ

(VOVWORLD) - ທີ່ການພົບປະ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື 2 ຝ່າຍໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ

        ວັນທີ 28 ມີນາ, ກ່າວຄຳເຫັນທີ່ການພົບປະກັນທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr, ຢູ່ ມານີລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ວໍຊິງຕັນ ໃນການພົວພັນສຳພັນທະມິດກັບ ຟີລິບປິນ.

        ທີ່ການພົບປະ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື 2 ຝ່າຍໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ພ້ອມກັນນັ້ນກໍ່ຢືນຢັນຄວາມຕັດສິນໃຈຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນມະຫາສະມຸດ ອິນເດຍ - ປາຊີຟິກ.

        ສ່ວນທ່ານປະທານາທິບໍດີ Ferdinand Marcos Jr. ຖືກວ່າ ການຢ້ຽມຢາມ ເພື່ອສົ່ງສານຢ່າງແຮງກ່ຽວກັບຄຳໝັ້ນສັນຍາຂອງ 2 ປະເທດ ໃນເລື່ອງສືບຕໍ່ຊຸກຍູ້ການຮ່ວມມືເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບຢູ່ພື້ນມະຫາສະມຸດ ອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ