ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ - ảnh 1
ທ່ານ Hoang In – Mu ແລະ ທ່ານ​ພົນ​ເອກ ໂງ​ຊວນ​ລິກ

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 28/12, ທີ່​ສ​ຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພົນ​ເອກ ໂງ​ຊວນ​ລິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຕ້ອນ​ຮັບ​ທ່ານ Hoang In – Mu, ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ. ເກົາຫຼີ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ການ​​ເຈ​ລະ​ຈານະ​ໂຍ​ບາຍ​​ການປ້ອງ​ກັນ​​ຊາດຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ສ. ເກົາຫຼີ ຄັ້ງ​ທີ 5. ທີ່​ການ​ຕ້ອນ​ຮັບ, ທ່ານ ໂງ​ຊວນ​ລິກ ຖື​ວ່າ: ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຊາດ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ, ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ສ. ເກົາຫຼີ, ພ້ອ​ມ​ທັງ​ອວ​ຍ​ພອນ​ໃຫ້​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຂອ​ງ​ຄະ​ນະ​ຈະ​ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ດີ​ງາມ.

        ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Hoang In – Mu ໄດ້​ແຈ້ງ​ໃຫ້​ທ່ານ​ລັດ​ຖະ​ມົນ​ຕີ ໂງ​ຊວນ​ລິກ ຮັບ​ຊາບກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຂອ​ງ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ. ເກົາຫຼີ ກັບ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໂດຍ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ. ທ່ານ Hoang In – Mu ຫວັງ​ວ່າ ໄລ​ຍະ​ຈະ​ມາ​ເຖິງ, ກອງ​ທັບ 2 ປະ​ເທດ​ຈະ​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມືຫຼາຍ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ເໝາ​ະ​ສົມ​ກັບ​ຜົນ​ປະ​ໂຫຍດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ສ. ເກົາຫຼີ.


ຂ່າວ/ບົດ​ອື່ນ