ລັດຖະມົນຕີການຕ່າງປະເທດ 4 ປະເທດເຫັນດີ ຈັດກອງປະຊຸມກຸ່ມປະຕິບັດງານກ່ຽວກັບຢູແກຼນ ໂດຍໄວ້

ລັດຖະມົນຕີການຕ່າງປະເທດ 4 ປະເທດເຫັນດີ ຈັດກອງປະຊຸມກຸ່ມປະຕິບັດງານກ່ຽວກັບຢູແກຼນ ໂດຍໄວ້ - ảnh 1
ລັດຖະມົມຕີ​​ການ​ຕ່າງປະ​ເທດເຢຍລະ​ມັນ, ລັດ​ເຊຍ, ຝລັ່ງ, ຢູ​ແກຼນ
(ພາບ: AFP/TTXVN)


(vovworld) – ວັນ​ທີ 02/01, ລັດຖະມົມຕີ​​ການ​ຕ່າງປະ​ເທດເຢຍລະ​ມັນ, ລັດ​ເຊຍ, ຝລັ່ງ, ຢູ​ແກຼນ ​ໄດ້​ມີ​ການ​​ໂອ້​ລົມ​ສົນທະນາ​ທາງ​ໂທລະສັບ 4 ຝ່າຍ, ​ເພື່ອ​ປຶກສາ​ຫາລື​ກ່ຽວກັບ​ມາດ​ຕະການ​ສັນຕິພາບ​ໃຫ້​ສະພາບ​ການ​ຢູ່​ພາກຕາ​ເວັນ​ອອກຢູ​ແກຼນ. ຈຸດ​ສຸມ​ຂອງ​ການ​ໂອ້​ລົມສົນທະນາ​ນີ້​ກ່ຽວ​ກັບບັນດາ​ບາດກ້າວ​ຕໍ່​ໄປ ​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ Minsk.

        ບັນດາ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ​ໄດ້​ເຫັນ​ດີ​ຕ້ອງ​ດຳ​ເນີນ​ການ​ພົບ​ປະ​ຂອງ​ກຸ່ມ​ດັ່ງກ່າວ (​ຊິ່ງລວມມີ ຢູ​ແກຼນ, ກຳລັງ​ທ່ວງ​ເອົາ​ແຍກ​ຕົວ​ເປັນ​ເອກະລາດ​ຢູ່ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ໂດຍ​​ເປັນ​ຄົນ​ກາງຂອງ​ລັດ​ເຊຍ ​ແລະ ອົງການ​ປ້ອງ​ກັນ​ຄວາ​ມສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ OSCE) ​ໃນ​ເວລາ​ໄວ​ສຸດ, ພ້ອມ​ທັງ​ເຫັນ​ດີ​ຈະ​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ວິ​ກິດ​ການຢູ່​ຢູ​ແກຼນ.

ຂ່າວ/ບົດ​ອື່ນ