ລັດຖະມົນຕີການຕ່າງປະເທດກາຕາຍອມຮັບວ່າຕ້ອງໃຊ້ເວລາຫຼາຍເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈ

(VOVWORLD) -ວັນທີ 15 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດກາຕາ Sheikh Mohammed bin Abdulrahman Al Thani ເວົ້າວ່າ, ຕ້ອງໃຊ້ເວລາຫຼາຍຈຶ່ງສາມາດຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດເຂດອ່າວເປີເຊຍ

ລັດຖະມົນຕີການຕ່າງປະເທດກາຕາຍອມຮັບວ່າຕ້ອງໃຊ້ເວລາຫຼາຍເພື່ອຟື້ນຟູຄວາມໄວ້ເນື້ອເຊື່ອໃຈ - ảnh 1  ທ່ານລັດຖະມົນຕີການຕ່າງປະເທດກາຕາ Sheikh Mohammed bin Abdulrahman Al Thani

(ພາບປະກອບ: AFP/TTXVN)

ໃນສະພາບວິກິດການທາງການທູດໄດ້ຮັບຖືວ່າຊົ່ວຮ້າຍທີ່ສຸດໃນໄລຍະຫຼາຍປີຜ່ານມາຢູ່ພາກພື້ນຍັງສືບຕໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ໂດຮາ, ທ່ານ Al Thani ຊີ້ແຈ້ງວ່າ, ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວເປີເຊຍ ໄດ້ເຮັດໃຫ້ປ່ຽນແປງບັນດາການພົວພັນໃນພາກພື້ນ, ໃນຂະນະທີ່ຄວາມບໍ່ລົງລອຍກັນລະຫວ່າງກາຕາ ແລະ ກຸ່ມ 4 ປະເທດອາຣັບ ໂດຍຊະອຸດີ ອາຣາເບຍ ນຳໜ້າ ໄດ້ກ້າວເຂົ້າສູ່ອາທິດທີ 11 ແລ້ວ. ທ່ານ Al Thani ເນັ້ນໜັກວ່າ “ກາຕາ ແມ່ນໜຶ່ງໃນບັນດາປະເທດກໍ່ຕັ້ງສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ພວກຂ້າພະເຈົ້າຍາມໃດກໍ່ຖືອົງການຈັດຕັ້ງດັ່ງກ່າວມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບພວກຂ້າພະເຈົ້າທຸກຄົນໃນພາກພື້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ