ລັດຖະມົນຕີການຕ່າງປະເທດອາເມລິກາສິ້ນສຸດການຢ້ຽມຢາມເອີລົບແລະຕາເວັນອອກກາງ

(VOVWORLD) -UAE ແລະ ກາຕາ ແມ່ນ 2 ປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານຂອງທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ທີ່ໄປເຖິງ 7 ປະເທດເອີລົບ ແລະ ຕາເວັນອອກກາງ.

ວັນທີ 21 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ມີການພົບປະສະເພາະກັບບັນດານັກເຈລະຈາຂອງອຳນາດການປົກຄອງອາບການິດສະຖານ ແລະ ກຳລັງຕາລີບານ ຢູ່ ດາຮາ (ກາຕາ). ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ຮຽກຮ້ອງໃຫ້ 2 ຝ່າຍ ຈົ່ງຍູ້ແຮງບັນດາການເຈລະຈາສັນຕິພາບ ເມື່ອວໍຊິງຕັນ ຊຸກຍູ້ວິວັດທະນາການຖອນທະຫານອອກຈາກອາບການິດສະຖານ, ສົ່ງເສີມການເຈລະຈາຮີບດ່ວນກ່ຽວກັບທິດທາງດ້ານການເມືອງ ແລະ ຄຳສັ່ງຢຸດຍິງຢ່າງສິ້ນເຊິ່ງ ແລະ ຮອບດ້ານຢູ່ອາບການິດສະຖານ.

UAE ແລະ ກາຕາ ແມ່ນ 2 ປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານຂອງທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ທີ່ໄປເຖິງ 7 ປະເທດເອີລົບ ແລະ ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ