ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ເຈລະຈາກັບການນຳບັນດາປະເທດຕາເວັນອອກກາງ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ເຈລະຈາກັບການນຳບັນດາປະເທດຕາເວັນອອກກາງ  - ảnh 1

ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry
(ພາບ: AFP/TTXVN)

(vovworld) – ວັນ​ທີ 13/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ມີ​ການ​ໂອ້​ລົມ​ສົ​ນ​ທະ​ນາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ, ອີ​ຢິບ ແລະ ຈໍ​ແດນ ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ສັນ​ຕິພາບ​ຢູ່ ຕາ​ເວັນ​ອອກ​ກາງ ຢູ່ນອກກອງ​ປະ​ຊຸມ​ພັດ​ທະ​ນາ​ເສດ​ຖະ​ກິດ ອີ​ຢິບ ​ເຊິ່ງດຳ​ເນີນ​ຢູ່ Sharm El – Sheikh. ບັນ​ດາ​ການ​ນຳ​ໄດ້​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຊຸກ​ຍູ້​ວິ​ວັດ​ການ​ສັນ​ຕິ​ພາບ​ເພື່ອ​ນຳ​ມາ​ເຊິ່ງ​ພື້ນ​ຖານ​ສັນ​ຕິ​ພາບ​​ຢ່າງແທດ​ຈິງ ແລະ ຮອບ​ດ້ານ​ໃຫ້​ແກ່​ພາກ​ພື້ນ ກໍ່​ຄືບັ້ນ​ຮົບ​ຕ້ານ​ອົງ​ການ​ກໍ່​ການ​ຮ້າຍ ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ. ຕາມ​ແຜນ​ການ​ແລ້ວ, ພາຍຫຼັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພັດ​ທະ​ນາ​ເສດ​ຖະ​ກິດ ອີ​ຢິບ ໃນ​ວັນ​ທີ 15/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຈະ​ມີ​ການ​ເຈ​ລະ​ຈາ​ນິວ​ເຄຼຍ 2 ຝ່າຍ​ກັບ​ຄູ່​ຕຳ​ແໜ່ງ ອີ​ຣານ Javad Zarif ຢູ່​ນະ​ຄອນ Lausanne, ປະ​ເທດ ຊູ​ແອດ. ນີ້​ແມ່ນ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ ຕໍ່​ໄປ​ຂອງ​ອຳ​ນາດ​ການ​ປົກ​ຄອງ ອ​າ​ເມ​ລິ​ກາ ໃນ​ການ​ຊຸກ​ຍູ້​ວິ​ວັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ເລື່ອງ​ບັນ​ລຸ​ຂໍ້​ຕົກ​ລົງ​ແມ່ກ​່ອນ​ທ້າຍ​ເດືອນນີ້.


ຂ່າວ/ບົດ​ອື່ນ