ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງລົງພົບປະກັບຜູ້ມີສິດເລືອກຕັ້ງນິງບີ່ງ

ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງລົງພົບປະກັບຜູ້ມີສິດເລືອກຕັ້ງນິງບີ່ງ - ảnh 1
ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງລົງພົບປະກັບຜູ້ມີສິດເລືອກຕັ້ງນິງບີ່ງ
(ພາບປະ​ກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 3/12, ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແຂວງ ນິງ​ບີ່ງ ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ນິງ​ບີ່ງ. ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ນະ​ຄອນ ນິງ​ບີ່ງ ຢັ້ງ​ຢືນ​ວ່າ: ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສ​ະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13 ແມ່ນກອງ​ປະ​ຊຸມ​​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມຫຼາຍ​ຢ່າງ​ສຳ​ລັບ​ປະ​ຊ​າ​ຊົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ໃຫ້​ພັກ, ລັດ ພິ​ຈ​າ​ລະ​ນາ ແລະ ອະ​ນຸ​ມັດ​ຜ່ານ​ແຜນ​ສັງ​ລວມ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ແຕ່​ລະ​ທ້ອງ​ຖີ່ນ, ແຕ່​ລະ​ເຂດ​​ໂດຍລະ​ອຽດ, ​ແທດເໝາະ​ກັບ​ການບ​ຳ​ລຸງ​ສ້າງວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ. ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ ຊີ​ແຈ້ງ​ບາງ​ບັນ​ຫາ​ທີ່​ຜູ້​ແທນບາງ​ຄົ​ນ​ຍົກ​ອອກ​ມາ, ແລກ​ປ່ຽນ​ຕື່ມ​​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ໃນ​ປີ 2014, ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ.


ຂ່າວ/ບົດ​ອື່ນ