ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາAshtonCarter ຢ້ຽມຢາມຫວຽດນາມ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາAshtonCarter ຢ້ຽມຢາມຫວຽດນາມ - ảnh 1
ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາເມລິກາ
 Ashton Carter ພົບປະກັບກອງ​ບັນຊາ​ຕຳຫຼວດ​ທະ​ເລເຂດ 1
(ພາບ: Nguyen Hong Pha/TTXVN)

(vovworld) – ວັນ​ທີ 1/6, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບ ​ແລະ ​ເຈລະຈາກັບ​ທ່ານ AshtonCarter, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ. ພາຍຫຼັງ​ການ​ເຈລະຈາ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ວິ​ໄສ​ທັດ​ຮ່ວມ ​ແລະ ການປະຊຸມ​ຂ່າວ​ຮ່ວມ. ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ ​ເຂົ້າ​ຢ້ຽມຄຳ່​ນັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 31/5, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ AshtonCarter  ​ໄດ້​ໄປ​ຢ້ຽມຢາມກອງ​ບັນຊາການ​ກອງທັບ​ເຮືອ,​ ກອງ​ບັນຊາ​ຕຳຫຼວດ​ທະ​ເລເຂດ 1,​ ຢູ່​ນະຄອນ ຫາຍ​ຟ່ອງ.

ຂ່າວ/ບົດ​ອື່ນ