ລັດເຊຍ ພ້ອມແລ້ວຈະສ້າງເງື່ອນໄຂເພື່ອໃຫ້ ອີຣານ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງນິວເຄຼຍ

(VOVWORLD) - ມົດສະກູ ພ້ອມແລ້ວຈະສວມບໍ່ວ່າບົດບາດເປັນກາງໄກເກ່ຍໃດໃນບັນດາການເຈລະຈາລະຫວ່າງ ອີຣານ ແລະ ອາເມລິກາ ກ່ຽວກັບໂຄງການນິວເຄຼຍ ອີຣານ.
ລັດເຊຍ ພ້ອມແລ້ວຈະສ້າງເງື່ອນໄຂເພື່ອໃຫ້ ອີຣານ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງນິວເຄຼຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: THX/TTXVN)

        ວັນທີ 18 ເມສາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Aragchi ຢູ່ນະຄອນຫຼວງ ມົດສະກູ, ລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ, ມົດສະກູ ພ້ອມແລ້ວຈະສວມບໍ່ວ່າບົດບາດເປັນກາງໄກເກ່ຍໃດໃນບັນດາການເຈລະຈາລະຫວ່າງ ອີຣານ ແລະ ອາເມລິກາ ກ່ຽວກັບໂຄງການນິວເຄຼຍ ອີຣານ. ທ່ານເນັ້ນໜັກວ່າ, ລັດເຊຍ ພ້ອມແລ້ວຈະສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການດັ່ງກ່າວ ແລະ “ຈະສະໜັບສະໜູນດ້ວຍທຸກວິທີເພື່ອໃຫ້ບັນດາຂໍ້ຕົກລົງ, ມີການຄິດໄລ່ເຖິງຜົນປະໂຫຍດອັນຊອບທຳຂອງ ອີຣານ”.

        ທ່ານກໍ່ຊົມເຊີຍຄວາມປາດຖະໜາຂອງ ອີຣານ ແລະ ອາເມລິກາ ຢາກບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ