ລັດເຊຍ, ຢູແກຼນ ລົງນາມໃນຂໍ້ຕົກລົງເຊື່ອມຕໍ່ການເຄື່ອນໄຫວສົ່ງອອກທັນຍາຫານຄືນໃຫມ່

(VOVWORLD) -ອາເມລິກາ ປາດຖະຫນາຢາກໃຫ້ຂໍ້ຕົກລົງດັ່ງກ່າວໄດ້ຮັບການຜັນຂະຫຍາຍວ່ອງໄວເພື່ອຊ່ວຍໃຫ້ບັນດາຜູ້ມີຄວາມສ່ຽງບໍ່ຕົກເຂົ້າສູ່ສະພາບຂາດທັນຍາຫານ ແລະ ຂາດທາດບຳລຸງຢ່າງຮ້າຍແຮງ. 
ລັດເຊຍ, ຢູແກຼນ ລົງນາມໃນຂໍ້ຕົກລົງເຊື່ອມຕໍ່ການເຄື່ອນໄຫວສົ່ງອອກທັນຍາຫານຄືນໃຫມ່ - ảnh 1ພາບປະກອບ: TTXVN

ວັນທີ 22 ກໍລະກົດ, ລັດເຊຍ, ຢູແກຼນ, ຕວກກີ ແລະ ສະຫະປະຊາຊາດ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການເຊື່ອມຕໍ່ການເຄື່ອນໄຫວສົ່ງອອກທັນຍາຫານຄືນໃຫມ່ໃຫ້ແກ່ຕະຫລາດໂລກຜ່ານ ທະເລດຳ ເພື່ອແນໃສ່ຊ່ວຍຫລຸດຜ່ອນວິກິດການຂາດສະບຽງອາຫານທົ່ວໂລກ. ຂໍ້ຕົກລົງນີ້ ໄດ້ລົງນາມຢູ່ ນະຄອນ Istanbul ຂອງຕວກກີ ໂດຍ Ankara ແລະ ສປຊ ເປັນຝ່າຍໄກ່ເກ່ຍ. ຂໍ້ຕົກລົງຈະມີຜົນສັກສິດໃນເວລາ 120 ວັນ ຫລັງຈາກນັ້ນ ອາດຈະໄດ້ຕໍ່ກຳນົດເວລາ.

ໃນວັນດຽວກັນ, ອາເມລິກາ ໄດ້ຮຽກຮ້ອງໃຫ້ ລັດເຊຍ ຍົກເລີກການປິດລ້ອມບັນດາທ່າກຳປັ່ນຂອງ ຢູແກຼນ ໂດຍໄວເພື່ອໃຫ້ປະເທດນີ້ ສາມາດສົ່ງອອກທັນຍາຫານຕາມຂໍ້ຕົກລົງສອງຝ່າຍທີ່ຫາກໍ່ລົງນາມ. ໂຄສົກທຳນຽບຂາວ ທ່ານ John Kirby ເວົ້າວ່າ: ອາເມລິກາ ປາດຖະຫນາຢາກໃຫ້ຂໍ້ຕົກລົງດັ່ງກ່າວໄດ້ຮັບການຜັນຂະຫຍາຍວ່ອງໄວເພື່ອຊ່ວຍໃຫ້ບັນດາຜູ້ມີຄວາມສ່ຽງບໍ່ຕົກເຂົ້າສູ່ສະພາບຂາດທັນຍາຫານ ແລະ ຂາດທາດບຳລຸງຢ່າງຮ້າຍແຮງ.

ແອັງຕູ ນັກຂ່າວ VOV ປະຈຳລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ