ລັດເຊຍ ເຊື່ອມຕໍ່ບັນດາສາຍການບິນພົນລະເຮືອນເຖິງນະຄອນຫລວງຂອງ ເກຼັກ ຄືນໃໝ່

(VOVWORLD) -ເອກະສານນີ້ ຍັງບໍ່ທັນຍົກເລີກຄຳສັ່ງຫ້າມບັນດາສາຍການບິນຂອງ ລັດເຊຍ ໄປຍັງສະຖານທີ່ອື່ນໆຂອງ ເກັຼກ.
 ລັດເຊຍ ເຊື່ອມຕໍ່ບັນດາສາຍການບິນພົນລະເຮືອນເຖິງນະຄອນຫລວງຂອງ ເກຼັກ ຄືນໃໝ່ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ:AFP/TTXVN)

ຕາມຂໍ້ມູນຂ່າວທີ່ປະກາດໃນເວັບໄຊຂອງລັດຖະບານ ລັດເຊຍ ໃນວັນທີ 04 ມັງກອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອະນຸຍາດໃຫ້ເຊື່ອມຕໍ່ບັນດາສາຍການບິນ ຈາກ ລັດເຊຍ ໄປຍັງນະຄອນຫລວງ ກາຍໂຣ ຂອງ ເກຼັກ ຄືນໃໝ່. ລັດຖະດຳລັດນີ້ ມີຜົນສັກສິດເລີ່ມແຕ່ວັນທີ 02 ມັງກອນ. ເອກະສານນີ້ ຍັງບໍ່ທັນຍົກເລີກຄຳສັ່ງຫ້າມບັນດາສາຍການບິນຂອງ ລັດເຊຍ ໄປຍັງສະຖານທີ່ອື່ນໆຂອງ ເກັຼກ.

        ກ່ອນໜ້ານັ້ນ, ໃນເດືອນ ທັນວາ 2017 ຜ່ານມາ, ທ່ານລັດຖະມົນຕີກະຊວງຄົມມະມາຄົມຂົນສົ່ງ ລັດເຊຍ Maksim Sokolov ແລະ ທ່ານລັດຖະມົນຕີກະຊວງການບິນພົນລະເຮືອນ ເກຼັກ Sherif Fathy ໄດ້ເຊັນຂໍ້ຕົກລົງເຊື່ອມຕໍ່ຄືນໃໝ່ບັນດາສາຍການບິນລະຫວ່າງ ລັດເຊຍ ແລະ ເກຼັກ ໃນເດືອນ ກຸມພາ 2018. ນີ້ແມ່ນບາດກ້າວທຳອິດ ມຸ່ງໄປເຖິງການເຊື່ອມຕໍ່ຄືນໃໝ່ບັນດາສາຍການບິນໂດຍກົງລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ