ລັດເຊຍ ແລະ ຕວກເມນິດສະຕັງ ເພີ່ມທະວີການຮ່ວມມື

(VOVWORLD) - ສຳນັກຂ່າວສານ TASS ຂອງ ລັດເຊຍ ໃຫ້ຂ່າວວ່າ: ໃນວັນທີ 2 ຕຸລາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ເລີ່ມ ຕົ້ນການຢ້ຽມຢາມ ຕວກເມນິດສະຕັງ ຢ່າງເປັນທາງການ,

ໃນນັ້ນມີການພົບປະເຈລະຈາກັບ ທ່ານ Gurbangguly Berdymukhamedov ຄູ່ຕຳແໜ່ງປະທານເຈົ້າພາບ ຕວກເມນິດສະຕັງ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາກຸ່ມແຈໃນການຮ່ວມມືສອງຝ່າຍ. ຕາມ ວັງ Kremlim, ການນຳ ສອງທ່ານ ຄາດຄະເນ ຈະປຶກສາຫາລືກັນກ່ຽວກັບບັນດາບັນຫາຮ່ວມມືດ້ານການເມືອງ, ເສດຖະກິດ - ການຄ້າ, ວັດທະນະທຳ, ວິທະຍາສາດ ແລະ ການສຶກສາ. ນອກຈາກນັ້ນ, ການພົບປະເຈລະຈາລະຫວ່າງ ປະທານາທິບໍດີ ສອງທ່ານ ກໍ່ຈະເຕື້ອງເຖິງບັນດາບັນຫາຮີບດ່ວນໃນພາກພື້ນ. ສອງປະເທດ ກໍ່ກະກຽມເອກະສານ ຮ່ວມມືອື່ນໆ ແລະ ຄາດຄະເນ ຈະໄດ້ລົງນາມເນືອງໃນໂອກາດການຢ້ຽມຢາມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ