ລັດເຊຍກຽມພ້ອມຮ່ວມມືກັບຝ່າຍຕາເວັນຕົກກ່ຽວກັບບັນຫາຢູແກຼນແຕ່ບໍ່ປ່ຽນຫຼັກໝັ້ນ

ລັດເຊຍກຽມພ້ອມຮ່ວມມືກັບຝ່າຍຕາເວັນຕົກກ່ຽວກັບບັນຫາຢູແກຼນແຕ່ບໍ່ປ່ຽນຫຼັກໝັ້ນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov
(ພາບ: AFP/TTXVN)


(vovworld) - ວັນ​ທີ 28/9, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ໄດ້​ຕອບ​ສຳ​ພາດ​ຕໍ່ວົງ​ການ​ສື່ມວນ​ຊົນ​ລັດ​ເຊຍ ແລະ ​ຕ່າງ​ປະ​ເທດ​ຢູ່​ນະ​ຄອນຫຼວງ ມົດ​ສ​ກູ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ກັບ ຝ່າຍ​ຕາ​ເວັນ​ຕົກ ແລະ ສະ​ພາບ​ການຢູ່ ​ຢູ​ແກຼນ. ທ່ານ Sergei Lavrov ຖະ​ແຫຼງວ່າ: ລັດ​ເຊຍ ບໍ່​ປ່ຽນ​ແປງ​ນະ​ໂຍ​ບາຍ​ສຳ​ລັບ ຢູ​ແກຼນ ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ ອາ​ເມ​ລິ​ກາ ເພື່ອ​ແທນ​​ໃຫ້​ການ​ລົບ​ລ້າງ​ຄຳ​ສັ່ງ​ລົງ​ໂທດ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັ​ດ​ເຊຍ ຢັ້ງ​ຢືນ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່ ຢູ​ແກຼນ ພວມ​ມີ​ຄວາມ​​ຄືບ​ໜ້າ, ຄ​ວນ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ການ​ເມືອງ. ການ​ປະ​ທ​ະ​ກັນ​ຫລຸດ​ຜ່ອນ​ລົງ​ພໍ​ສົ​ມ​ຄວນ, ກຳ​ລັງ​ຂອງ 2 ຝ່າຍ​ບໍ່​ນຳ​ໃຊ້​ອາ​ວຸດ​ໜັກ​ອີກ. ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ຝ່າຍ​ຕາ​ເວັນ​ຕົກ, ທ່ານ Sergei Lavrov ຖື​ວ່າ: ຝ່າຍ​ຕາ​ເວັນ​ຕົກ​ຍັງ​ບໍ່​ທັນ​ແກ້​ໄຂ​ບັນ​ດາ​​ຈິ​ນ​ຕະ​ນາ​ການ​ສົງ​ຄາມ​ເຢັນ ແລະ ຍັງ​ຄົງ​ຊອກ​ຫາ​ຂໍ້​ຕົກ​ລົງ​ກັບ ລັດ​ເຊຍ, ບໍ່​ແມ່ນ​​ບົນ​ພື້ນ​ຖານ​ຄວາມ​ສະ​ເໝີ​ພາບ ຫາກ​​ພຽງ​ແຕ່​ຢາກ​ມີ​ຜົນ​ປະ​ໂຫຍດ​ໃຫ້​ສະ​ເພາະ​ຕົນ​ເທົ່າ​ນັ້ນ. ​ພິ​ເສດ​ແມ່ນ​ເລື່ອງ ອາ​ເມ​ລິ​ກາ ໄດ້​ຖອນ​ອອກ​ຈາກ​ສັນ​ຍາ​ປ້ອງ​ກັນ​ລູກ​ສອນ​ໄຟ ພຽງ​ລຳ​ພັງ​ຝ່າຍ​ດ່ຽວ, ນາ​ໂຕ​ສືບ​ຕໍ່​ເປີດ​ກ້​ວາງ​​ອອກ​ສ​ູ່​ທາງ​ທິດ​ຕາ​ເວັນ​ອອກ ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ກ່ອນນັ້ນ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ເນັ້ນ​ໜັກ​ວ່າ: ໂລກ ຫຼາຍ​ຂົ້​ວ, ສ້າງ​ຕັ້ງ​ບັນ​ດາ​ສູນ​ພັດ​ທະ​ນາ​ໃໝ່ ແລະ ອາ​ເມ​ລິ​ກາ ບໍ່​ສາ​ມາດ​ແກ້​ໄຂ​ທຸກໆ​ບັນ​ຫາ​​ດ້ວຍ​ຕົນ​ເອງ.


ຂ່າວ/ບົດ​ອື່ນ