ລັດເຊຍຍັງໃຫ້ບຸລິມະສິດ ຮັກສາການພົວພັນກັບ ອີຢູ

 ລັດເຊຍຍັງໃຫ້ບຸລິມະສິດ ຮັກສາການພົວພັນກັບ ອີຢູ - ảnh 1

(ພາບປະກອບ )

(vovworld)- ​ ວັນ​ທີ 27/12, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ປະກາດ​ວ່າການ​ພົວພັນ​ກັບ​ອີ​ຢູ ຍັງ​​ແມ່ນ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ​ໂດຍ​ບໍ່​ຫົວຊາ​ຕໍ່ “ຄວາມ​ສັບສົນ​ຂອງ​ສະພາບ​ການ​ປະຈຸ​ບັນ“. ​ໃນ​ບົດ​ລາຍ​ງານ​ສະຫລຸບການ​ເຄື່ອນ​ໄຫວ​ເປັນ​ເວລາ 1 ປີ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ຊີ້​ແຈ້ງວ່າ, ການ​ພົວພັນ​ກັບ​ອີ​ຢູ-​ຊື່​ງ​ແມ່ນເຂດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ່ຍກ່ວາ​ໝູ່​ຂອງ​ລັດ​ເຊຍ ຍັງ​ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ບຸລິມະສິດ ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ກ່ຽວ​ກັບ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ, ກະຊວງ​ການ​ຕ່າງປະ​ເທດ​​ລັດ​ເຊຍ ຖື​ວ່າ, ການ​ພົວພັນ​ລະຫວ່າງ​ລັດ​ເຊຍ-​ອາ​ເມ​ລິ​ກາ ຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ຖ້າ​ຫາກ​ວ່າ ວໍ​ຊິງ​ຕັນ​ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ໂດ​ຍສະ​ເໝີ​ພາບ​ກັບ​ມົດ​ສະ​ກູ ​ແລະ ​ເຄົາລົບ​ນັບຖື​ຜົນ​ປະ​ໂຫຍ​ດຂອງ​ກັນ​ເທົ່າ​ນັ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ຍັງ​ເນັ້ນໜັກ​ວ່າ: ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຍັງ​ຈະ​ສືບ​ຕໍ່​ຮັກສາ​ການ​ພົບ​ປະຂັ້ນສູງຄັ້ງຕ່າງໆ ​ແລະ ຂັ້ນສູງ​ສຸດ​ກ່ຽວ​ກັບ​ບັນຫາ​ຢູ​ແກຼນ, ວິ​ກິດ​ການ​ຢູ່​ຊີຣີ, ຂໍ້​ຕົກລົງ​ກ່ຽວ​ກັບບັນຫາ​ນິວ​ເຄຼຍຂອງ​ອີຣານ, ມາດ​ຕະການ​ໃຫ້​ແກ່​ການ​ປະ​ທຳ​ກັນ​ຢູ່​ຕາ​ເວັນ​ອອກກາງ ​ແລະ ອາ​ຟຼິກກາ​ເໜືອ…./.

ຂ່າວ/ບົດ​ອື່ນ