ລັດເຊຍປະກາດບັນດາມາດຕະການລົງໂທດລະອຽດສຳລັບຕວກກີ

ລັດເຊຍປະກາດບັນດາມາດຕະການລົງໂທດລະອຽດສຳລັບຕວກກີ - ảnh 1
(ພາບ​ປະ​ກອບ)

(vovworld) -​ ວັນ​ທີ 01/12, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ Dmitry Medvedev ໄດ້​ເຊັນ​​ຂໍ້​ຕົກ​ລົງ​ອ​ະ​ນຸ​ມັດ​ຜ່ານຫຼາຍ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ລັດ​ຖະ​ດຳ​ລັດ​ຂອງ​ປະ​ທານ​າ​ທິ​ບໍ​ດີ ນ​ຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ດ້ານ​ເສດ​ຖະ​ກິ​ດ​ພິ​ເສດ​ສຳ​ລັບ​ຕວກ​ກີ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະ​ຕິ​ກິ​ລິ​ຍາ​ຂອງ​ລັດ​ເຊຍ ເພື່ອ​ໂຕະ​ຕອບ​ເລື່ອງ​ຕວກ​ກີ ຍິງ​ເຮືອ​ບິນ​ຂອງ​ລັດ​ເຊຍ ຕ​ົກ​ຢູ່​ຊີ​ຣີ. ຕາມ​ສຳ​ນັກ​ຂ່າວ​ສານ TASS, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ກາດ​ໃນ​ແວັບ​ໄຊ​ທາງ​ການ​ຂອງ​ລັດ​ຖະ​ບານ​ລັດ​ເຊຍ, ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 01/01/2016, ໃນ​ນັ້ນ​ມີ​ບັນ​ດາ​ມາດ​ຕະ​ການ​ຄື: ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຂອງຄະ​ນະກຳ​ມະ​ການ​ປະ​ສົມ​ລະ​ຫວ່າງ​ລັດ​ຖະ​ບານ​ລັດ​ເຊຍ - ຕວກ​ກີ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ; ຫ້າມ​ຮັບ​​ສະ​ໝັກ​ແຮງ​ງານ​ຕວກ​ກີ ​ເຂົ້າເຮັດ​ວຽກ​ຢູ່​ລັດ​ເຊຍ (ຍົກ​ເວັ້ນ​ຜູ້​ມີ​ສັນ​ຍາ​ເຮັດ​ວຽກ​ທີ່​ລົງ​ນາມ​ກ່ອນ​ວັນ​ທີ 31/12/2015); ຫ້າມ​ນຳ​ເຂົ້າ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ບາງ​​ຂະ​ນິດ​ຈາກ​ຕວກ​ກີ.

ຂ່າວ/ບົດ​ອື່ນ