ລະບົບຄຸ້ມຄອງແຫ່ງຊາດກ່ຽວກັບວັກແຊງຂອງຫວຽດນາມໄດ້ຮັບການຮັບຮອງບັນລຸມາດຖານຂອງອົງການWHO

ລະບົບຄຸ້ມຄອງແຫ່ງຊາດກ່ຽວກັບວັກແຊງຂອງຫວຽດນາມໄດ້ຮັບການຮັບຮອງບັນລຸມາດຖານຂອງອົງການWHO - ảnh 1
(ລະບົບຄຸ້ມຄອງແຫ່ງຊາດກ່ຽວກັບວັກແຊງຂອງຫວຽດນາມ
ໄດ້ຮັບການຮັບຮອງບັນລຸມາດຖານຂອງອົງການWHO)


​(vovworld) - ຕອນ​ບ່າຍ​ວັນ​ທີ 22/06, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ພິທີ​​ຮັບຮອງ​ລະບົບ​ຄຸ້ມ​ຄອງ​ແຫ່ງ​ຊາດ​ກ່ຽວ​ກັບ​ວັກ​ແຊງຂອງ​ຫວຽດນາມ ທີ່​ບັນລຸ​ມາດຕະຖານ​ຂອງ​ອົງການອະນາ​ໄມ​ໂລກ (WHO). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນປະ​ເທດ​ມີ​ພົນ​ລະ​​ເມືອງ​ກວ່າ 90 ລ້ານ​ຄົນ ​ແລະ ຈຳນວນ​ພົນລະ​ເມືອງ​ສືບ​ຕໍ່ເພີ່ມ​ຂຶ້ນ, ​ເລື່ອງ​ຮັບປະກັນ​ເພື່ອ​ສະໜອງ​ວັກ​ແຊງ​ໃຫ້​ໂຄງການ​ສັກ​ຢາ​​ກັນ​ພະຍາດເປີດ​ກວ້າງພາຍ​ໃນ​ປະ​ເທດ ​ແລະ ​ເຂົ້າ​ຮ່ວມ​ການ​ສະໜອງ​ຫວັກ​ຊິນ​ໃຫ​້​ໂລກນັ້ນ ​ແມ່ນ​ວຽກ​ງານ​ມີ​ຄວາມໝາຍ​ທີ່​ສຸດ. ຫວຽດນາມ ​​ເປັນ​ກຽດ​ໄດ້​ຮັບ​ໃບຢັ້ງຢືນລະບົບ​ຄຸ້ມ​ຄອງ​ແຫ່ງ​ຊາດ​ກ່ຽວ​ກັບ​ວັກ​ແຊງ ບັນລຸ​ມາດຕະຖານ​ສາກົນ​ຈາກ​ອົງການ WHO. ນີ້​​ແມ່ນ​ຄວາມ​ມານະ​ພະຍາຍາມ​ໃນ​ຕະຫຼອດ 14 ປີ​, ​ສະ​ແດງ​ໃຫ້​ເຫັນ​ການ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ​​ບໍ່​ພຽງ​ແຕ່ຂອງ​ລະບົບ​ຄຸ້ມ​ຄອງ​ສາທາລະນະ​ສຸກ​ເທົ່າ​ນັ້ນ, ຫາກຂອງ​ບັນດາ​ນັກວິທະຍາສາດຫຼາຍ​ຄົນ​ອີກ​ດ້ວຍ.

      ນັບ​ແຕ່​ປີ 2001, ອົງການ WHO ​ໄດ້​ດຳ​ເນີນ​ການ​ຕີ​ລາຄາ​ອົງການ​ຄຸ້ມ​ຄອງ​ແຫ່ງ​ຊາດ ກ່ຽວ​ກັບ​ວັກ​ແຊງ ຢູ່​ຫວຽດນາມ ຕາມ​ມາດຖານ​ຕີ​ລາຄາ​ຂອງອົງກາ​ນຄຸ້ມ​ຄອງ​ແຫ່ງ​ຊາດ​ກ່ຽວ​ກັບວັກ​ແຊງ​ຂອງອົງການ WHO ​ແລະ ຢືນຢັນ​ວ່າ ລະບົບ​ຄຸ້ມ​ຄອງ​ແຫ່ງ​ຊາດ​ກ່ຽວ​ກັບ​ວັກ​ແຊງຂອງ​ຫວຽດນາມ ບັນລຸ​ໄດ້​ມາດຕະຖານ​ສາກົນ.

ຂ່າວ/ບົດ​ອື່ນ