ລະ​ບົບ​ປ້ອງ​ກັນ​ອາ​ກາດ ຊີ​ຣີ ສະ​ກັດ​ກັ້ນລູກ​ສອນ​ໄຟຫຼາຍ​ລູກ​ຂອງ ອິດ​ສະ​ລາ​ແອັນ

(VOVWORLD) - ປັດຈຸບັນ, ອຳນາດການປົກຄອງ ຊີຣີ ພວມຕີລາຄາບັນດາຜົນເສຍຫາຍ ໂດຍບັນດາການບຸກໂຈມຕີທາງ ອາກາດ ກໍ່ຂຶ້ນ. ກ່ອນໜ້ານັ້ນ, ໃນວັນທີ 17 ສິງຫາທີ່ຜ່ານມາ, ອິດສະລາແອັນ ກໍ່ໄດ້ດຳເນີນບັ້ນບຸກໂຈມຕີດ້ວຍລູກສອນໄຟ ເລັ່ງໃສ່ບັນດາສະຖານທີ່ທະຫານ ຢູ່ແຂວງ Quneitra, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ.
ລະ​ບົບ​ປ້ອງ​ກັນ​ອາ​ກາດ ຊີ​ຣີ ສະ​ກັດ​ກັ້ນລູກ​ສອນ​ໄຟຫຼາຍ​ລູກ​ຂອງ ອິດ​ສະ​ລາ​ແອັນ - ảnh 1ລະບົບປ້ອງກັນອາກາດ ຊີຣີ ສະກັດກັ້ນລູກສອນໄຟຫຼາຍລູກຂອງ ອິດສະລາແອັນ (ພາບ: TTXVN)

ສຳນັກຂ່າວສານແຫ່ງລັດ SANA ຂອງ ຊີຣີ ໄດ້ລົງຂ່າວວ່າ ລະບົບປ້ອງກັນອາກາດຂອງປະເທດນີ້ ໄດ້ສະກັດກັ້ນບັນດາລູກສອນໄຟຈາກ ອິດສະລາແອັນ ຍິງເຂົ້ານະຄອນຫຼວງ Damascus ເມື່ອຕອນຄ່ຳວັນທີ 19 ສິງຫາ. ໃນຂະນະນັ້ນ, ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ ບັນດາລູກສອນໄຟ ອິດສະລາແອັນ ເລັ່ງໃສ່ບັນດາສາງອາວຸດ ແລະ ສະຖານທີ່ການທະຫານຂອງ ຂະບວນການ Hezbollah ຢູ່ ນະຄອນຫຼວງ Damascus  ແລະ ນະຄອນ Homs. ປັດຈຸບັນ, ອຳນາດການປົກຄອງ ຊີຣີ ພວມຕີລາຄາບັນດາຜົນເສຍຫາຍ ໂດຍບັນດາການບຸກໂຈມຕີທາງ ອາກາດ ກໍ່ຂຶ້ນ. ກ່ອນໜ້ານັ້ນ, ໃນວັນທີ 17 ສິງຫາທີ່ຜ່ານມາ, ອິດສະລາແອັນ ກໍ່ໄດ້ດຳເນີນບັ້ນບຸກໂຈມຕີດ້ວຍລູກສອນໄຟ ເລັ່ງໃສ່ບັນດາສະຖານທີ່ທະຫານ ຢູ່ແຂວງ Quneitra, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ