ລາຄານ້ຳມັນຂຶ້ນລະດັບສູງສຸດໃນກ່ວາ 2 ປີຜ່ານມາ

(VOVWORLD) - ກ່ອນໜ້ານັ້ນ, ມີຈຸດເວລາລາຄານ້ຳມັນໄດ້ຂຶ້ນເຖິງ 60 USD/ຖັງ, ເປັນຂີດໝາຍທຳອິດທີ່ລາຄານ້ຳມັນຂຶ້ນເຖິງລະດັບນີ້ນັບແຕ່ເດືອນ ມິຖຸນາ 2015 ເປັນຕົ້ນມາ.

ລາຄານ້ຳມັນຄ້າຂາຍໃນຕະຫຼາດໄດ້ບັນລຸລະດັບສູງສຸດໃນຮອບເວລາ 2 ປິເຄິ່ງຜ່ານມາ. ລະອຽດຄື, ໃນການຄ້າຂາຍເມື່ອວັນທີ 26 ທັນວາ, ລາຄານ້ຳມັນ ອາເມລິກາ (WTI) ໃນເດືອນກຸມພາໄດ້ເພີ່ມ 1,5 USD, ຂຶ້ນເປັນ 59,97 USD/ຖັງ. ກ່ອນໜ້ານັ້ນ, ມີຈຸດເວລາລາຄານ້ຳມັນໄດ້ຂຶ້ນເຖິງ 60 USD/ຖັງ, ເປັນຂີດໝາຍທຳອິດທີ່ລາຄານ້ຳມັນຂຶ້ນເຖິງລະດັບນີ້ນັບແຕ່ເດືອນ ມິຖຸນາ 2015 ເປັນຕົ້ນມາ.

        ບັນດານັກຊ່ຽວຊານຕີລາຄາວ່າ ເຖິງວ່າອາດຈະມີປັດໄຈໄດ້ສົ່ງຜົນກະທົບເຖິງຕະຫຼາດກໍ່ຕາມ ແຕ່ຕາມຂ່າວຄາວຫຼ້າສຸດ ກ່ຽວກັບເຫດລະເບີດທໍ່ສົ່ງນ້ຳມັນຢູ່ລີບີ ໄດ້ຮັບຖືວ່າແມ່ນການກະທົບໃຫຍ່ຫຼວງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ