ລາຍການ “ ຕ້ອນຮັບຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ ” ຢູ່ສ.ເກົາຫຼີ

ລາຍການ “ ຕ້ອນຮັບຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ ” ຢູ່ສ.ເກົາຫຼີ  - ảnh 1
ຄະນະ​​ຜູ້​​ແທນຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ
​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມຢູ່​ສ.​ເກົາຫຼີ
( ພາບ: thoidai.com.vn )


( vovworld ) -   ວັນທີ່ 8/6, ຄະນະ​​ຜູ້​​ແທນຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ 80 ຄົນ​ໄດ້​ສິ້ນ​ສຸດການ​ຢ້ຽມຢາມ ​​ແລະ ປິ່ນ​ປົວ​ພະຍາດຢູ່​ສ.​ເກົາຫຼີ ຕາມ​ລາຍການ “ ຕ້ອນຮັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ ”. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ມີຄົນ​ເຈັບ 5 ຄົນ​ທີ່​ມີອາການ​ສຸຂະພາບ​ອ່ອນ​ເພຍທີ່​ໄດ້​ຮັບ​ການຜ່າຕັດ​ປີ່​ນປົວ​ຈາກ​ບັນດາທ່ານ​ໝໍຢູ່​ໂຮງໝໍ Severance, ​ເຊີ​ອູ​ນ ແລະຄົນ​ເຈັບ 5 ຄົນ​ນີ້​ຍັງ​ພວມໄດ້​ຮັບ​ການ​ປິ່ນປົວ​ຢູ່​ສ.​ເກົາຫຼີ, ອາການສຸຂະພາບ​ຄ່ອຍ​ດີ​ຂຶ້ນ ​ແລະ ອາ​ດຈະ​ກັບ​ເມືອ​ປະ​ເທດ​ໃນ​ອາທິດ​ຈະ​ມາ​ເຖິງ. ​​ເມື່ອ​ເວົ້າ​​ເຖິງ​ໝາກຜົນ​ຂອງ​ການ​ໄປ​ຢ້ຽມຢາມ​ນີ້, ທ່ານ Tran Xuan Thu, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃ​ຫຍ່ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ດີ​ໂອ​ຊີ​ນຫວຽດນາມ ຢືນຢັນ​ວ່າ.

        “ ນີ້​ແມ່ນ​ລາຍການ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນເປັນ​ຕົ້ນມາ​ຮອດ​ ​ແລະ ບໍ່​ເຄີຍ​ມີ​ມາກ່ອນ. ຫວັງ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ ຈະ​ເປີດ​ໄລ​ຍະ​ໄໝ່ກ່ຽວ​ກັບການ​ຊ່ວຍ​ເຫຼືອ​ຂອງ​ວົງ​ຄະນະ​ຍາດ​ສາກົນ​ທີ່​ມີ​ຕໍ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ດີ​ໂອ​ຊີ​ນຫວຽດນາມ, ພິ​ເສດ​ແມ່ນ​ລະບົບ​ສາທາລະນະ​ສຸກ​ສາກົນ​​ໄດ້ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ນີ້. ຄວາມ​ເອົາ​ໃຈ​ໃສ່​ຂອງ​ສາກົນ​ໄດ້​ສົ່ງຜົນ​ສະທ້ອນ​ທີ່​ໃຫຍ່​ຫຼວງ​ເຖິງ​ຈິດ​ໃຈ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ. ພວກ​​ເຂົາ​ເຈົ້າ​​ໄດ້ເຫັນ​ວ່າ ບໍ່​ພຽງ​ແຕ່​ປະຊາຊົນ​ຢູ່ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງໄດ້​ຮັບ​ຄວາມ​ອົາ​ໃຈ​ໃສ່​ຈາກສາກົນ, ນັບ​ທັງດ້ານ​ສຸ​ຂະ​ພາບ ​ແລະ ການ​ຕໍ່ສູ້​ທ່ວງເອົາ​ຄວາມ​ຍຸດຕິ​ທຳອີກ​ດ້ວຍ ”

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 6/6, ຢູ່​ໂຮງ​ນະຄອນ​ໃຫຍ່ Sejong ທີ່ນະຄອນຫຼວງ ​ເຊີ​ອູ​ນ, ຄະນະຜູ້​ແທນຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ແລ​ກປ່ຽນ​ກັບ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນສ.​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Vu Xuan Hong, ປະທານ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ ລາຍການ“ ຕ້ອນຮັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ ຢູ່​ສ.​ເກົາຫຼີ ” ​ໄດ້​ນຳ​ມາ​ເຊິ່ງ​ຄວາມ​ໝາຍວັດທະນະທຳ​ມະນຸດ​ອັນສູງ​ສົ່ງ,  ນຳ​ຈິດ​ວິນ​ຍານສອງ​ຊາດ​ຫວຽ​ດນາມ - ສ.​ເກົາຫຼີ ຫຍັບ​ມໍ່​​ເຂົ້າກັນ​ເພື່ອ​ພ້ອມ​ກັນ​ສ້າງ​ຄວາມ​ຮັກ​​ແພງ​ມະນຸດ ​ແລະ ຄວາມ​ຍຸດຕິ​ທຳ.

ຂ່າວ/ບົດ​ອື່ນ