ລາຍການຊົນນະບົດເຂດພູດອຍປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ

ລາຍການຊົນນະບົດເຂດພູດອຍປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ - ảnh 1
ທ່ານ​ລັດຖະມົນຕີ​ວ່າການກະຊວງ
​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫງວຽນ​ກວນ
(ພາບ: vietnamnet.vn)


(vovworld) - ວັນ​ທີ 18/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຈັດ​ຕັ້ງ​ການ​ຕີ​ລາຄາ​ຜົນ​ແຫ່ງ​ການ​ປະຕິບັດ​ລາຍການ “ໜູນ​ຊ່ວຍ​ນຳ​ໃຊ້ ​ແລະ ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມຢູ່​ເຂດ​ຊົນນະບົດ ​ແລະ ​ເຂດ​ພູດ​ອຍ“. ທ່ານ​ລັດຖະມົນຕີ​ວ່າການກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫງວຽນ​ກວນ, ຫົວໜ້າ​ຄະນະ​ຊີ້​ນຳ​ລາຍການ, ​ໃຫ້​ຮູ້​ວ່າ:

​ໃນ 10 ປີ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ກຳນົດ​ລາຍການ​ຕາມ​ແຜນ​ນະ​ໂຍບາຍ​ສຳຄັນ​ຂອງ​ພັກ ​ແລະ ລັດ. ທີ​ໜຶ່ງ​ແມ່ນ​ຮັບ​ໃຊ້​ລາຍການ​ຊົນນະບົດ​ໃໝ່, ທີ​ສອງ​ແມ່ນ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ​ແລະ ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ສຸດ​ທ້າຍ​ແມ່ນ​ສຸມ​ໃສ່​ຜະລິດ​ຕະພັນ​ຂອງ​ຊາດ​ຈຳນວນ​ໜຶ່ງ​ເຊັ່ນ: ​ເຂົ້າ​ຄຸນ​ນະພາ​ບສູງ, ປາ​ໜັງ ​ແລະ ​ເຫັດ​ທີ່​ເປັນ​ອາຫານ ​ແລະ ​ເຫັດ​ເປັນ​ຢາ“.

ຂ່າວ/ບົດ​ອື່ນ