ລາຍການຖ່າຍທອດສົດ “12 ວັນ ແລະ ຄືນ - ເຂດແດນປະຫວັດສາດ”

(VOVWORLD) - ລາຍການລວມມີບັນດາການສະແດງສິລະປະທີ່ໄດ້ຈັດສ້າງຢ່າງລອບຄອບຖີ່ຖ້ວນດ້ວຍການສະແດງຂອງບັນດານັກຮ້ອງ, ນັກສິລະປະການທີ່ມີຊື່ສຽງ; ບັນດາຮູບເງົາເອກະສານສົມທົບກັບວີດີໂອ ສາລະຄະດີ...

ລາຍການຖ່າຍທອດສົດ “12 ວັນ ແລະ ຄືນ - ເຂດແດນປະຫວັດສາດ” - ảnh 1ບັນດາຕົວພະຍານຫຼັກຖານຂອງຊຸມວັນເດືອນປີທີ່ນອງເລືອດ
(ພາບ:Dương Giang/TTXVN)

ເພື່ອເປັນການສະເຫຼີມສະຫຼອງ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”, ຕອນຄ່ຳວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກສົມທົບກັບສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການຖ່າຍທອດສົດ 12 ວັນ ແລະ ຄືນ - ເຂດແດນປະຫວັດສາດ.

        ລາຍການລວມມີບັນດາການສະແດງສິລະປະທີ່ໄດ້ຈັດສ້າງຢ່າງລອບຄອບຖີ່ຖ້ວນດ້ວຍການສະແດງຂອງບັນດານັກຮ້ອງ, ນັກສິລະປະການທີ່ມີຊື່ສຽງ; ບັນດາຮູບເງົາເອກະສານສົມທົບກັບວີດີໂອ ສາລະຄະດີ; ພົບປະກັບບັນດາຕົວພະຍານຫຼັກຖານປະຫວັດສາດດ້ວຍເລື່ອງລາວທີ່ເປັນຈິງ ແລະ ມີຊີວິດຊີວາ.      

        ໃນຮອບເວລາ 12 ວັນ ແລະ ຄືນໃນທ້ອງຟ້ານະຄອນຫຼວງ (18 ທັນວາ 1972 – 29 ທັນວາ 1972), ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍິງເຮືອບິນຕົກ 81 ລຳ, ໃນນັ້ນມີເຮືອບິນ B52 34 ລຳ, ບັງຄັບໃຫ້ ອາເມລິກາ ຕ້ອງລົງນາມໃນສັນຍາ ປາຣີ ໃນວັນທີ 27 ມັງກອນ 1973 ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບ ຢູ່ ຫວຽດນາມ ຄືນໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ